ຂ່າວເດັ່ນ

ອາ​ເມ​ລິ​ກາ ແລະ ຮູ​ທີ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ

ອາ​ເມ​ລິ​ກາ ແລະ ຮູ​ທີ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) - ອາເມລິກາ ຈະຢຸດຕິການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຂອງ ຮູທີ ຢູ່ ເຢແມນ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ຮູທີ ເຫັນດີຢຸດຕິການເຄື່ອນໄຫວບຸກໂຈມຕີບັນດາກ່ຳປັ່ນຢູ່ທະເລແດງ ໃນວັນດຽວກັນ.

ບັນດາມືປືນ ຮູທີ ຢູ່ ເຢແມນ (ພາບ: TTXVN)

ວັນທີ 06 ພຶດສະພາ, ໃນກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຖະແຫຼງວ່າ ອາເມລິກາ ຈະຢຸດຕິການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຂອງ ຮູທີ ຢູ່ ເຢແມນ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ຮູທີ ເຫັນດີຢຸດຕິການເຄື່ອນໄຫວບຸກໂຈມຕີບັນດາກ່ຳປັ່ນຢູ່ທະເລແດງ ໃນວັນດຽວກັນ. ລະອຽດ, ຕາມຂໍ້ຕົກລົງຢຸດຍິງ ໂດຍ Oman ເປັນກາງໄກເກ່ຍ, ອາເມລິກາ ແລະ ຮູທີ ຈະບໍ່ບຸກໂຈມຕີບັນດາເປົ້າໝາຍຂອງກັນ, ລວມທັງບັນດາກ່ຳປັ່ນຂອງ ອາເມລິກາ ຢູ່ທະເລແດງ ແລະ ອ່າວ  Bab al-Mandab. ຫຼາຍປະເທດໃນພາກພື້ນ ໄດ້ຊົມເຊີຍບັນດາການຫັນປ່ຽນຢ່າງຕັ້ງໜ້ານີ້.

        ກໍໃນວັນດຽວກັນ, ໃນຖະແຫຼງການຢ່າງເປັນທາງການສະບັບທຳອິດ ພາຍຫຼັງຄຳສັ່ງຢຸດຍິງກັບກຳລັງ ອາເມລິກາ ໄດ້ປະກາດ, ທ່ານປະທານສະພາການເມືອງສູງສຸດຂອງ ຮູທີ, ທ່ານ Mahdi al-Mashat, ຢັ້ງຢືນ ກຸ່ມນີ້ສືບຕໍ່ເຄື່ອນໄຫວບຸກໂຈມຕີ ອິດສະຣາແອັນ ເພື່ອໜູນຊ່ວຍການຕໍ່ສູ້ຂອງຊາວ ປາແລັດສະຕິນ ຢູ່ເຂດ ກາຊາ.


This site is protected by reCAPTCHA and the Google Privacy Policy and Terms of Service apply.