ຂ່າວເດັ່ນ

ອາ​ເມ​ລິ​ກາ ແລະ ຢູ​ແກຼນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ວິ​ວັດ​ການ​ເລືອກ​ຕັ້ງ​ຢູ່ ຢູ​ແກຼນ ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

ອາ​ເມ​ລິ​ກາ ແລະ ຢູ​ແກຼນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ວິ​ວັດ​ການ​ເລືອກ​ຕັ້ງ​ຢູ່ ຢູ​ແກຼນ ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

(VOVWORLD) - ຜູ້ຕາງໜ້າ ອາເມລິກາ ແລະ ຢູແກຼນ ກໍ່ໄດ້ປຶກສາຫາລື ກ່ຽວກັບບັນຫາສ້າງຕາຕະລາງເວລາດຳເນີນການເລືອກຕັ້ງຢູ່ ຢູແກຼນ, ຄວາມສາມາດສັບຊ້ອນບັນດາບັນຫາກ່ຽວກັບຜືນແຜ່ນດິນລະຫວ່າງ ຢູແກຼນ ແລະ ລັດເຊຍ

ວັນທີ 30 ພະຈິກ, ໃນຂອບເຂດບັນດາການເຈລະຈາເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ ຢູແກຼນ, ຜູ້ຕາງໜ້າ ອາເມລິກາ ແລະ ຢູແກຼນ ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນ, ໃນນັ້ນມີບັນຫາສ້າງຕາຕະວາງເວລາດຳເນີນການເລືອກຕັ້ງຢູ່ ຢູແກຼນ. ບັນດາຝ່າຍພວມພິຈາລະນາແຜນການຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ແລະ ບັນດາວິທີການເພື່ອແນໃສ່ຊຸກຍູ້ວິວັດການສັນຕິພາບຍາວນານ. ຜູ້ຕາງໜ້າ ອາເມລິກາ ແລະ ຢູແກຼນ ກໍ່ໄດ້ປຶກສາຫາລື ກ່ຽວກັບບັນຫາສ້າງຕາຕະລາງເວລາດຳເນີນການເລືອກຕັ້ງຢູ່ ຢູແກຼນ, ຄວາມສາມາດສັບຊ້ອນບັນດາບັນຫາກ່ຽວກັບຜືນແຜ່ນດິນລະຫວ່າງ ຢູແກຼນ ແລະ ລັດເຊຍ, ກໍ່ຄືບັນດາເນື້ອໃນເຊິ່ງ ອາເມລິກາ ແລະ ຢູແກຼນ ຍັງບໍ່ທັນເຫັນດີເປັນເອກະພາບໃນປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.