ຂ່າວເດັ່ນ

ອາ​ເມ​ລິ​ກາ ເລີ່ມ​ດຳ​ເນີນ​ພິ​ທີ​ລົງນາມການ​ສ້າງ​ຕັ້ງ​ສະ​ພາ​ສັນ​ຕິ​ພາບ ເຂດ ກາ​ຊາ

ອາ​ເມ​ລິ​ກາ ເລີ່ມ​ດຳ​ເນີນ​ພິ​ທີ​ລົງນາມການ​ສ້າງ​ຕັ້ງ​ສະ​ພາ​ສັນ​ຕິ​ພາບ ເຂດ ກາ​ຊາ

(VOVWORLD) - ພິທີລົງນາມການສ້າງຕັ້ງສະພາສັນຕິພາບເຂດ ກາຊາ ຢ່າງເປັນທາງການຖືກຈັດຂຶ້ນໃນວັນທີ 22 ມັງກອນ, ຢູ່ນອກກອງປະຊຸມປະຈຳປີຄັ້ງທີ 56 ຂອງເວທີປາໄສເສດຖະກິດໂລກ (WEF) ທີ່ພວມດຳເນີນຢູ່ Davos (ສະວິດ), ພາຍໃຕ້ການເປັນປະທານຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັບສົນທິສັນຍາສະພາສັນຕິພາບ ທີ່ໄດ້ລົງນາມໃນ 22/1/2026. (ພາບ: REUTERS/Denis Balibouse)

ດ້ວຍບົດບາດເປັນປະທານສະພາ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ສະພາຈະເຄື່ອນໄຫວດ້ວຍການສົມທົບກັບ ສປຊ ໃນບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບສາກົນ.

ໃນພິທີລົງນາມ, ການນຳ ແລະ ເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 19 ປະເທດ ພ້ອມກັນລົງນາມໃນກົດລະບຽບກໍ່ຕັ້ງສະພາສັນຕິພາບເຂດ ກາຊາ. ບັນດາປະເທດດັ່ງກ່າວ ລວມມີ: ອາເມລິກາ, ອາກເມເນຍ, ອາກຊັງຕິນ, ອາເຊັກໄບຊານ, ບາເຣັນ, ບຸນກາຣີ, ຮຸງກາຣີ, ອິນໂດເນເຊຍ, ຈໍແດນ, ກາຊັກສະຖານ, ມົງໂກນ, ມາຣົກ,  ປາກິດສະຖານ, ປາຣາກວາຍ, ກາຕາ, ອາຣັບບິ ຊະອຸດິ, ຕວັກກີ, ສະຫະລັດອາຣັບ ເອມມີເລດ (UAE) ແລະ ອູເບກິດສະຖານ.

ເມື່ອແຈ້ງການໃນພິທີ, ທ່ານນາງ Karoline Leavitt ເລຂາດ້ານສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ກົດລະບຽບຂອງສະພາສັນຕິພາບເຂດ ກາຊາ ໂດຍ ອາເມລິກາ ລິເລີ່ມ ໄດ້ເລີ່ມມີຜົນບັງຄັບໃຊ້ແລ້ວ ແລະ ອາເມລິກາ ຖືສະພາດັ່ງກ່າວຄືດັ່ງເປັນກົນໄກສາກົນ ແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມຕໍ່ສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.