ຂ່າວເດັ່ນ

ອ​າ​ເມ​ລິ​ກາ ເພີ່ມ​ເຕີມນັບສິບ​ອົງ​ການ​ຕ່າງ​ປະ​ເທດ ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຖືກ​ຈຳ​ກັດ​ດ້ານ​ການ​ຄ້າ

ອ​າ​ເມ​ລິ​ກາ ເພີ່ມ​ເຕີມນັບສິບ​ອົງ​ການ​ຕ່າງ​ປະ​ເທດ ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຖືກ​ຈຳ​ກັດ​ດ້ານ​ການ​ຄ້າ

(VOVWORLD) - ວັນທີ 25 ມີນາ, ອຳນາດການປົກຄອງ ອາເມລິກາ ໄດ້ເພີ່ມເຕີມນັບສິບອົງການຕ່າງປະເທດເຂົ້າໃນບັນຊີລາຍຊື່ຖືກຈຳກັດດ້ານການຄ້າ.

(ພາບປະກອບ: ທ່າກ່ຳປັ່ນ Oakland, California, ອາເມລິກາ ຖ່າຍໂດຍ Reuters)

ຕາມແຈ້ງການຂອງກະຊວງການຄ້າ ອາເມລິກາ ແລ້ວ, ການກະທຳດັ່ງກ່າວ ແນໃສ່ 80 ອົງການຂອງຫຼາຍປະເທດ, ໃນນັ້ນ ມີ ອີຣານ ແລະ ສະຫະລັດ ອາຣັບ ເອມມີເລດ (UAE).  ກະຊວງການຄ້າ ອາເມລິກາ ໄດ້ຊີ້ແຈ້ງວ່າ ນີ້ແມ່ນບັນດາອົງການທີ່ຖືກກ່າວຫາວ່າ ມີບັນດາການເຄື່ອນໄຫວກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ໄປຝືນກັບນະໂຍບາຍການຕ່າງປະເທດຂອງ ອາເມລິກາ. ບັນດາອົງການດັ່ງກ່າວ ຈະບໍ່ສາມາດເຂົ້າເຖິງເຕັກໂນໂລຢີ ແລະ ສິນຄ້າ ອາເມລິກາໄດ້ ຖ້າຫາກວ່າ ບໍ່ມີການອະນຸຍາດຂອງລັດຖະບານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.