ຂ່າວເດັ່ນ

ອາ​ເມ​ລິ​ກາ ຕີ​ລາ​ຄາ​ການ​ເຈລະ​ຈາ​ກັບ ລັດ​ເຊຍ ກ່ຽວ​ກັບ ​ຄ​ະ​ນ​ະ​ທູຕາ​ນຸ​ທູດ​ແມ່ນ “ມີ​ລັ​ກ​ສະ​ນະ​ສ້າງສັນ”

ອາ​ເມ​ລິ​ກາ ຕີ​ລາ​ຄາ​ການ​ເຈລະ​ຈາ​ກັບ ລັດ​ເຊຍ ກ່ຽວ​ກັບ ​ຄ​ະ​ນ​ະ​ທູຕາ​ນຸ​ທູດ​ແມ່ນ “ມີ​ລັ​ກ​ສະ​ນະ​ສ້າງສັນ”

(VOVWORLD) - ວັນທີ 10 ເມສາ, ຮອບເຈລະຈາຄັ້ງທີ 2 ແນໃສ່ຟື້ນຟູການເຄື່ອນໄຫວບັນດາຄະນະທູຕານຸທູດລະຫວ່າງ ອາເມລິກາ ແລະ ລັດເຊຍ ໄດ້ສິ້ນສຸດຢູ່ສະຖານກົງສູນ ລັດເຊຍ ປະຈຳນະຄອນ Istanbul ຂອງ ຕວັກກີ.

ທຸງຊາດສອງປະເທດ ອາເມລິກາ ແລະ ລັດເຊຍ (ພາບ: TTXVN)

ພາຍຫຼັງກອງປະຊຸມ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການຢັ້ງຢືນວ່າບັນດາຂໍ້ຕົກລົງໄດ້ດຳເນີນບົນຈິດໃຈສ້າງສັນ. ເຖິງຢ່າງໃດກໍຕາມ, ວໍຊິງຕັນ ຍັງສະແດງຄວາມວິຕົກກັງວົນກ່ຽວກັບນະໂຍບາຍຂອງ ມົດສະກູ ຫ້າມບັນດາອົງການຕາງໜ້າທາງການທູດຈ້າງພະນັກງານທ້ອງຖິ່ນ. ຜູ້ຕາງໜ້າ ອາເມລິກາ ກໍປຶກສາຫາລືເລື່ອງຈັດການພົບປະຄັ້ງຕໍ່ໄປເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ, ຖ້າຈຳເປັນ ຈະກຳນົດກ່ຽວກັບວັນເວລາ, ສະຖານທີ່ ແລະ ພາກສ່ວນເຂົ້າຮ່ວມການປຶກສາຫາລືດັ່ງກ່າວ.

        ໃນການຜັນແປອື່ນ, ກໍໃນວັນດຽວກັນ, ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການແລກປ່ຽນນັກໂທດຄັ້ງທີ 2 ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ກັບຄືນມາຂຶ້ນກຳອຳນາດເມື່ອຕົ້ນປີ 2025.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


 

This site is protected by reCAPTCHA and the Google Privacy Policy and Terms of Service apply.