ຂ່າວເດັ່ນ

ອາ​ເມ​ລິ​ກາ, ອີ​ຢູ ຮ​ຽກ​ຮ້ອງ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ

ອາ​ເມ​ລິ​ກາ, ອີ​ຢູ ຮ​ຽກ​ຮ້ອງ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ

(VOVWORLD) - ພາຍຫຼັງ 3 ປະເທດມະຫາອຳນາດເອີຣົບ ລວມມີ: ອັງກິດ, ເຢຍລະມັນ ແລະ ຝລັ່ງ (ກຸ່ມ E3) ເລີ່ມດຳເນີນຂັ້ນຕອນຈັດວາງຄຳສັ່ງລົງໂທດສຳລັບ ອີຣານ, ອາເມລິກາ ແລະ ສະຫະພາບເອີຣົບ (EU) ໄດ້ຍົກອອກສານຮຽກຮ້ອງໃຫ້ຊອກຫາມາດຕະການແກ້ໄຂບັນຫານິວເຄຼຍ ອີຣານ.

 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Marco Rubio (ພາບເອກະສານ: REUTERS/Umit Bektas)

  ວັນທີ 28 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Marco Rubio  ຢັ້ງຢືນວ່າ ວິຊິງຕັນ ກຽມພ້ອມເຈລະຈາໂດຍກົງກັບ ເຕເຮຣານ ເພື່ອຮັດແຄບບັນດາທັດສະນະແຕກຕ່າງກັນ ແນໃສ່ຊອກຫາມາດຕະການແກ້ໄຂຍາວນານກ່ຽວກັບໂຄງການນິວເຄູຍຂອງ ເຕເຮຣານ. ພ້ອມດຽວກັນນັ້ນ, ທ່ານ Marco Rubio ຖືວ່າ ກົນໄກຈັດວາງຄຳສັ່ງລົງໂທດ ເຊິ່ງກຸ່ມ E3 ໄດ້ດຳເນີນໃນວັນທີ 28 ສິງຫາ ນັ້ນ ບໍ່ຝືນກັບຄວາມມານະພະຍາຍາມທາງການທູດຂອງ ອາເມລິກາ, ເຊິ່ງກົງກັນຂ້າມ, ອາດຈະຊຸກຍູ້ວິວັດການດັ່ງກ່າວ.

        ຜູ້ຕາງໜ້າຂັ້ນສູງຂອງ ສປຊ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ, ທ່ານນາງ Kaja Kalllas, ກໍຮຽກຮ້ອງໃຫ້ຍາດແຍ່ງ “ໂອກາດ 30 ວັນ” ເພື່ອບັນລຸໄດ້ມາດຕະການທາງການທູດ ໃຫ້ແກ່ບັນຫານິວເຄຼຍຂອງ ອີຣານ.

        ໃນນັ້ນ, ລັດເຊຍ ແລະ ຈີນ ຄັດຄ້ານບາດກ້າວເດີນຂອງກຸ່ມ E3.


This site is protected by reCAPTCHA and the Google Privacy Policy and Terms of Service apply.