ຂ່າວເດັ່ນ

ອາ​ເມ​ລິ​ກາ, ລັດ​ເຊຍ ເຫັນ​ດີ​ສ້າງ​ກົນ​ໄກ​ໃຫ້​ຄຳ​ປຶກ​ສາ​ຫາ​ລື​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

ອາ​ເມ​ລິ​ກາ, ລັດ​ເຊຍ ເຫັນ​ດີ​ສ້າງ​ກົນ​ໄກ​ໃຫ້​ຄຳ​ປຶກ​ສາ​ຫາ​ລື​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ສອງຝ່າຍກໍຕົກລົງເຫັນດີແຕ່ງຕັ້ງຄະນະຜູ້ແທນຂັ້ນສູງແນໃສ່ເລີ່ມຕົ້ນວິວັດທະນາການມຸ່ງໄປເຖິງການຢຸດຕິການປະທະກັນຢູ່ ຢູແກຼນ ໂດຍໄວເທົ່າທີ່ຈະໄວໄດ້.

ອາເມລິກາ, ລັດເຊຍ ເຫັນດີສ້າງກົນໄກໃຫ້ຄຳປຶກສາຫາລືເພື່ອແນໃສ່ແກ້ໄຂບັນດາບັນຫາໃນການພົວພັນສອງຝ່າຍ. ນີ້ແມ່ນໝາກຜົນຂອງການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ ອາເມລິກາ ແລະ ລັດເຊຍ ໃນວັນທີ 18 ກຸມພາ ຢູ່ ອາຣັບບີ ຊະດຸດິ ເພື່ອປຶກສາຫາລືກ່ຽວກັບມາດຕະການໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ປັບປຸງການພົວພັນສອງຝ່າຍ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວກ່ຽວກັບເນື້ອໃນການພົບປະ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານ Tammy Bruce ໃຫ້ຮູ້ວ່າ ສອງຝ່າຍກໍຕົກລົງເຫັນດີແຕ່ງຕັ້ງຄະນະຜູ້ແທນຂັ້ນສູງແນໃສ່ເລີ່ມຕົ້ນວິວັດທະນາການມຸ່ງໄປເຖິງການຢຸດຕິການປະທະກັນຢູ່ ຢູແກຼນ ໂດຍໄວເທົ່າທີ່ຈະໄວໄດ້. ວິວັດທະນາການນີ້ແມ່ນຍາວນານ, ຍືນຍົງ ແລະ ໄດ້ຮັບການຮັບຮອງຈາກທຸກຝ່າຍ. ສອງຝ່າຍກໍເອກະພາບສ້າງພື້ນຖານຮ່ວມມືໃນອະນາຄົດ ໃນບັນດາບັນຫາພູມີສາດການເມືອງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ລັດເຊຍ ໃຫ້ຄໍາໝັ້ນສັນຍາຮັກສາການພົບປະເພື່ອຮັບປະກັນວິວັດທະນາການນີ້ສືບຕໍ່ຜັນຂະຫຍາຍຢ່າງມີປະທິທິຜົນ ແລະ ທັນການ.

ນັກຂ່າວ VOV  ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.