ຂ່າວເດັ່ນ

ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ

ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ວັນທີ 18 ສິງຫາ, ຕາມເວລາທ້ອງຖິ່ນ, ຢູ່ທຳນຽບຂາວ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ມີການເຈລະຈາກັບທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ເພື່ອແນໃສ່ແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຢູ່ ຢູແກຼນ ແລະ ແງ່ຫວັງສັນຕິພາບຢູ່ພາກພື້ນ.

ການເຈລະຈາ ລະຫວ່າງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ທຳນຽບຂາວ (ພາບ: REUTERS/Alexander Drago)

ເມື່ອກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດ ເອີຣົບ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ; ພ້ອມທັງເນັ້ນໜັກເຖິງຄວາມສາມາດໃນການຈັດຕັ້ງການພົບປະສາມຝ່າຍ ໂດຍມີການເຂົ້າຮ່ວມຂອງ ລັດເຊຍ, ແນໃສ່ຊອກຫາໂອກາດຢຸດຕິການປະທະກັນ. ທ່ານກ່າວວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ຈະຕ້ອງບັນລຸໄດ້ຂໍ້ຕົກລົງຢຸດຍິງ. ຂ້າພະເຈົ້າມັກແນວຄວາມຄິດຢຸດຍິງ ຍ້ອນເຫດຜົນອັນດຽວ ນັ້ນແມ່ນ ປະຊາຊົນຈະບໍ່ຖືກເຂັ່ນຂ້າໃນທັນທີ. ພວກຂ້າພະເຈົ້າອາດຈະມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ ແລະ ຂ້າພະເຈົ້າຫວັງວ່າ ການປະທະກັນຈະຢຸດຕິ. ໃນແງ່ມູມຍຸດທະສາດ, ການຢຸດຍິງອາດບໍ່ແມ່ນທ່າໄດ້ປຽບໃຫ້ບໍ່ວ່າຝ່າຍໃດ ແຕ່ຂໍ້ຕົກລົງສັນຕິພາບທັງໝົດທີ່ຂ້າພະເຈົ້າເຄີຍເຂົ້າຮ່ວມ ບໍ່ເຄີຍມີຄຳທີ່ວ່າ ຢຸດຍິງຈັກເທື່ອ”.

ສ່ວນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຢັ້ງຢືນວ່າ ຢູແກຼນ ສະໜັບສະໜູນບັນດາຂໍ້ລິເລີ່ມສາກົນ ເພື່ອແນໃສ່ຢຸດຕິການປະທະກັນ, ພ້ອມທັງສະແດງ ໃຫ້ເຫັນພ້ອມ ແລ້ວທີ່ຈະເຂົ້າຮ່ວມກົນໄກເຈລະຈາ 3 ຝ່າຍ.

ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Donald Trump  ໄດ້ມີການພົບປະກັບການນຳເອີຣົບ ຫຼາຍທ່ານ. ເມື່ອກ່າວຄຳເຫັນທີ່ການພົບປະນີ້, ທ່ານ Donald Trump  ເຊື່ອໝັ້ນວ່າ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ  ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ສາມາດຊອກໄດ້ທັດສະນະລວມເພື່ອຢຸດຕິການປະທະກັນ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.