ຂ່າວເດັ່ນ

ອາ​ເມ​ລິ​ກາ ນຳ​ໃຊ້​ສິດ​ສຸກ​ເສີນ​ເພື່ອ​ຂາຍ​ລຸກ​ລະ​ເບີດ​ໃຫ້​ແກ່ ອິດ​ສະ​ຣາ​ແອັນ ລວມ​ມູນ​ຄ່າ 650 ລ້ານ USD

ອາ​ເມ​ລິ​ກາ ນຳ​ໃຊ້​ສິດ​ສຸກ​ເສີນ​ເພື່ອ​ຂາຍ​ລຸກ​ລະ​ເບີດ​ໃຫ້​ແກ່ ອິດ​ສະ​ຣາ​ແອັນ ລວມ​ມູນ​ຄ່າ 650 ລ້ານ USD

(VOVWORLD) - ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump ໄດ້ຂ້າມຜ່ານຂັ້ນຕອນພິຈາລະນາຂອງສະພາແຫ່ງຊາດ ອາເມລິກາ ດ້ວຍວິທີອ້າງເຫດຜົນສິດສຸກເສີນເພື່ອຍູ້ໄວທຸລະກຳຂາຍລູກລະເບີດກວ່າ 20.000 ລູກໃຫ້ແກ່ ອິດສະຣາແອັນ ດ້ວຍມູນຄ່າທັງໝົດປະມານ 650 ລ້ານ USD.

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ກ່າວຄຳເຫັນຕໍ່ນັກຂ່າວຢູ່ Washington, DC, ອາເມລິກາ ໃນວັນທີ 3/3/2026 (ພາບ: REUTERS/Elizabeth Frantz)

ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 7 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຢັ້ງຢືນ ມີ “ກໍລະນີສຸກເສີນ” ຮຽກຮ້ອງຕ້ອງດຳເນີນການຂາຍອາວຸດໃຫ້ແກ່ ອິດສະຣາແອັນ, ຜ່ານນັ້ນ ຍົກເວັ້ນບັນດາຄຳຮຽກຮ້ອງປົກກະຕິກ່ຽວກັບເລື່ອງສະພາແຫ່ງຊາດພິຈາລະນາທຸລະກຳ. ທຸລະກຳດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງ ອາເມລິກາ ແລະ ອິດສະຣາແອັນ ເລີ່ມຕົ້ນບັ້ນຮົບບຸກໂຈມຕີທາງອາກາດລວມ ເລັ່ງໃສ່ ອີຣານ, ເຊິ່ງເປັນບັ້ນຮົບການທະຫານໃຫຍ່ສຸດຂອງ ວໍຊິງຕັນ ນັບແຕ່ສົງຕາມ ອີຣານ ເມື່ອປີ 2003.

        ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ທຸລະກຳດັ່ງກ່າວ “ຈະປະກອບສ່ວນຊຸກຍູ້ນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ”, ພ້ອມທັງໃຫ້ຮູ້ວ່າ ຜູ້ຮັບເໝົາຫຼັກຂອງສັນຍານີ້ແມ່ນ Repkon USA  ມີສຳນັກງານຕັ້ງຢູ່ ລັດ Texas.


This site is protected by reCAPTCHA and the Google Privacy Policy and Terms of Service apply.