ຂ່າວເດັ່ນ

ອາ​ເມ​ລິ​ກາ, ອັງ​ກິດ ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສາ​ກົນ​ທີ່ຮ້ອນ​ເຮັ່ງ​

ອາ​ເມ​ລິ​ກາ, ອັງ​ກິດ ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສາ​ກົນ​ທີ່ຮ້ອນ​ເຮັ່ງ​

(VOVWORLD) - ວັນທີ 18 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືດ້ານເຕັກໂນໂລຢີ, ເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍໃນບັນດາຂົງເຂດປັນຍາປະດິດ (AI), quantum Computing ແລະ ພະລັງງານນິວເຄຼຍ. ການເຄື່ອນໄຫວນີ້ໄດ້ດຳເນີນໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອັງກິດ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃນການຖະແຫຼງຂ່າວຢູ່  Chequers  ໃນວັນທີ 18 ກັນຍາ 2025 (ພາບ: Leon Neal/REUTERS)

ເມື່ອກ່າວຄຳເຫັນທີ່ທຳນຽບ Chequers ở Buckinghamshire ຢູ່ທາງທິດຕາເວັນອອກສ່ຽງໃຕ້ ປະເທດ ອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ ບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາລົງທຶນ ໄດ້ທຳລາຍທຸກສະຖິຕິນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍມູນຄ່າທັງໝົດປະມານ 340 ຕື້ USD, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບ້ວງເງິນລົງທຶນໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ ອັງກິດ, ພ້ອມທັງພັນລະນາຂໍ້ຕົກລົງນີ້ວ່າ ເປັນບາດກ້າວບຸກທະລຸ. ໃນຈຳນວນນັ້ນ, ບັນດາກຸ່ມບໍລິສັດຂອງ ອາເມລິກາ ໃຫ້ຄຳໝັ້ນສັນຍາລົງທຶນປະມານ 204 ຕື້ USD ເຂົ້າອັງກິດ. ຕາມທ່ານນາຍົກລັດຖະມົນຕີ ອັງກິດ ແລ້ວ, ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍແມ່ນສຸມໃສ່ຂົງເຂດປັນຍາປະດິດ (AI), ດ້ວຍຄຳໝັ້ນສັນຍາລົງທຶນຈາກບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າ, ຄື: Nvidia, Nscale, OpenAI, Google ແລະ Salesforce, ຄາດວ່າ ຈະສ້າງວຽກເຮັດງານທຳໃຫ້ປະມານ 15.000 ຄົນ ຢູ່ອັງກິດໃນຊຸມປີຕໍ່ໄປ.

ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ເຂດ ກາຊາ ແລະ ສະພາບການຢູ່ ຢູແກຼນ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.