ຂ່າວເດັ່ນ

ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ຖານ​ທູດ​ຢຸດ​​ຊົ່ວ​ຄາວການ​ສຳ​ພາດ​ວີຊາ​ໃໝ່​ສຳ​ລັບ​ນັກ​ສຶກ​ສາ​ສາ​ກົນ

ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ຖານ​ທູດ​ຢຸດ​​ຊົ່ວ​ຄາວການ​ສຳ​ພາດ​ວີຊາ​ໃໝ່​ສຳ​ລັບ​ນັກ​ສຶກ​ສາ​ສາ​ກົນ

(VOVWORLD) - ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ບັນດາສະຖານທູດໃນທົ່ວໂລກຢຸດຊົ່ວຄາວການຈັດຕາຕະລາງສຳພາດຂໍວີຊາໃໝ່ສຳລັບນັກສຶກສາຕ່າງປະເທດ.

ວັນທີ 27 ພຶດສະພາ, ຕາມເວລາທ້ອງຖິ່ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ບັນດາສະຖານທູດໃນທົ່ວໂລກຢຸດຊົ່ວຄາວການຈັດຕາຕະລາງສຳພາດຂໍວີຊາໃໝ່ສຳລັບນັກສຶກສາຕ່າງປະເທດ.

        ບັນດາຍານພາຫະນະສື່ສານເຊັ່ນ ເວັບໄຊ Politico, Bloomberg ໃຫ້ຂ່າວເມື່ອວັນທີ 27 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ຊີ້ນຳບັນດາສະຖານທູດ ແລະ ສະຖານກົງສູນປະເທດນີ້ ບໍ່ຈັດຕາຕະລາງສຳພາດສຳລັບຊາວຕ່າງປະເທດທີ່ມາຂໍວີຊາມາຮຽນຢູ່ ອາເມລິກາ ແລະ ຂໍ້ຕົກລົງດັ່ງກ່າວມີຜົນສັກສິດໃນທັນທີ. ຄຳສັ່ງນີ້ໄດ້ສົ່ງເຖິງທຸກອົງການການທູດ ອາເມລິກາ ໃນໂລກ.

        ກ່ອນໜ້ານັ້ນ, ລັດຖະບານ ອາເມລິກາ ກໍໄດ້ຈັດວາງຄຳຮຽກຮ້ອງມີການສຳຫຼວດຄືນໃນບັນດາຍານພາຫະນະສື່ສັງຄົມ, ແຕ່ບັນດາຄຳຮຽກຮ້ອງນີ້ສ່ວນຫຼາຍແມ່ນແນໃສ່ນັກສຶກສາທີ່ອາດຈະເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານການກະທຳຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.