ຂ່າວເດັ່ນ

ອາ​ເມ​ລິ​ກາ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ, ກະ​ກຽມ​ບຸກ​ໂຈມ​ຕີ​ທາງ​ບົກ​ເຂົ້າ ເຢ​ແມນ

ອາ​ເມ​ລິ​ກາ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ, ກະ​ກຽມ​ບຸກ​ໂຈມ​ຕີ​ທາງ​ບົກ​ເຂົ້າ ເຢ​ແມນ

(VOVWORLD) - ຄ່ຳຄືນວັນທີ 16 ເມສາ, ກອງທັບ ອາເມລິກາ ສືບຕໍ່ເປີດຫຼາຍບັ້ນບຸກໂຈມຕີທາງອາກາດເຂົ້າ ເຢແມນ, ມ້າງທຳລາຍຫຼາຍເປົ້າໝາຍຂອງຂະບວນການ Houthi.

ອາເມລິກາ ໄດ້ດຳເນີນຢ່າງໜ້ອຍສຸດ 20 ບັ້ນບຸກໂຈມຕີເຂົ້າສອງເມືອງ Al-Hafa ແລະ Al-Sabeen ຢູ່ນະຄອນຫຼວງ Sanaa, ພ້ອມກັບເຂົງເຂດ Hazm ຂຶ້ນກັບແຂວງ Jawf. ເຖິງຢ່າງໃດກໍຕາມ, ຕົວເລກທີ່ກ່ຽວກັບຜູ້ຮັບບາດເຈັບ, ເສຍຊີວິດ ແລະ ຜົນເສຍຫາຍໃນບັ້ນບຸກໂຈມຕີດັ່ງກ່າວຍັງບໍ່ທັນໄດ້ປະກາດເທື່ອ. ໃນຂະນະນັ້ນ, ຊ່ອງໂທລະພາບ Al Arabiya ຂອງ ອາຣັບບີ ຊະອຸດິ ໃຫ້ຮູ້ວ່າ ເຂດ Takhiya ຂຶ້ນກັບແຂວງ Saada ກໍຖືກບຸກໂຈມຕີ. ແຫຼ່ງຂ່າວດັ່ງກ່າວຢັ້ງຢືນວ່າ ເປົ້າໝາຍຖືກມ້າງທຳລາຍແມ່ນບັນດາຮາກຖານຂອງ Houthi, ໃນນັ້ນ ມີບາງຄ້າຍຝຶກແອບ.

        ກ່ຽວກັບຂໍ້ສັງເກດຕໍ່ການກະທຳຍູ້ແຮງການບຸກໂຈມຕີຂອງ ອາເມລິກາ ເຂົ້າ ເຢແມນ, ເຈົ້າໜ້າທີ່ລັດຖະບານ ທ່ານໜຶ່ງຂອງ ເຢແມນ ຖືວ່າ ນີ້ອາດຈະແມ່ນບາດກ້າວກະກຽມໃຫ້ແກ່ບັ້ນບຸກໂຈມຕີທາງບົກເຂົ້າ ເຢແມນ ເພື່ອຕີຖອຍ Houthi. ໃນຂະນະນັ້ນ, ເຈົ້າໜ້າທີ່ບໍ່ອ້າງຊື່ໃນພະລາດຊະວັງ ອາຣັບບີ ຊະອຸດິ ໃຫ້ຂໍ້ສັງເກດວ່າ ອາເມລິກາ ອາດຈະສົມທົບກັບລັດຖະບານ ເຢແມນ ເພື່ອດຳເນີນບັ້ນຮົບທາງບົກຕີຖອຍ Houthi.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.