ຂ່າວເດັ່ນ

ອາ​ເມ​ລິ​ກາ ໂຈະ​ການ​ຈັດ​ວາງ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ເມັກ​ຊີ​ໂກ ແລະ ກາ​ນາ​ດາ

ອາ​ເມ​ລິ​ກາ ໂຈະ​ການ​ຈັດ​ວາງ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ເມັກ​ຊີ​ໂກ ແລະ ກາ​ນາ​ດາ

(VOVWORLD) - ທ່ານນາງ Claudia Sheinbaum ປະທານາທິບໍດີ ໄດ້ຕີລາຄາສູງໝາກຜົນຂອງການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ, ຢັ້ງຢືນວ່າທ່ານນາງມີການໂອ້ລົມທາງໂທລະສັບທີ່ປະສົບຜົນສຳເລັດບົນຈິດໃຈເຄົາລົບນັບຖືເຊິ່ງກັນແລະກັນ ກັບທ່ານ Donald Trump.

ພາບປະກອບ: Reuters

ວັນທີ 6 ມີນາ, ທ່ານນາງ Claudia Sheinbaum ປະທາທິບໍດີ ເມັກຊີໂກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ອາເມລິກາໄດ້ຕັດສິນໃຈໂຈະການຈັດວາງພາສີ 25% ສຳລັບສິນຄ້ານຳເຂົ້າຈາກປະເທດນີ້ນັບແຕ່ວັນທີ 2 ເມສາ, ໂດຍຕໍ່ກຳນົດເວລາຕື່ມອີກ 1 ເດືອນເມື່ອທຽບໃສ່ກັບກ່ອນນັ້ນ. ການຕັດສິນນີ້ໄດ້ຍົກອອກມາພາຍຫຼັງການໂອ້ລົມທາງໂທລະດັບທີ່ໄດ້ດຳເນີນໃນວັນດຽວກັນລະຫວ່າງທ່ານນາງ Sheinbaum ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump.

ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ໄດ້ດຳເນີນໃນວັນດຽວກັນ, ທ່ານນາງ Claudia Sheinbaum ປະທານາທິບໍດີ ໄດ້ຕີລາຄາສູງໝາກຜົນຂອງການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ, ຢັ້ງຢືນວ່າທ່ານນາງມີການໂອ້ລົມທາງໂທລະສັບທີ່ປະສົບຜົນສຳເລັດບົນຈິດໃຈເຄົາລົບນັບຖືເຊິ່ງກັນແລະກັນ ກັບທ່ານ Donald Trump. ໄປຄຽງຄູ່ກັບການບັນລຸໄດ້ຂໍ້ຕົກລົງກ່ຽວກັບດ້ານພາສີອາກອນ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ກ່ຽວກັບບັນດາຂົງເຂດສຳຄັນຄືບັນຫາຊາວອົບພະຍົບ ແລະ ຄວາມໝັ້ນຄົງເຂດຊາຍແດນ.

ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທີ 4 ລະຫວ່າງທ່ານນາງ Claudia Sheinbaum ແລະ ທ່ານ Donald Trump ທີ່ກ່ຽວຂ້ອງເຖິງບັນຫາພາສີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຢູ່ເຂດ ອາເມລິກາເໜືອ ແລະ ເປັນຄັ້ງທີ 2 ທີ່ທ່ານ Donald Trump ໂຈະແຜນການຈັດວາງພາສີເພີ່ມສຳລັບສິນຄ້ານຳເຂົ້າຈາກ ເມັກຊີໂກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.