ຂ່າວເດັ່ນ

ອາ​ເມ​ລິ​ກາ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

ອາ​ເມ​ລິ​ກາ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

(VOVWORLD) - ອາເມລິກາ ປະຕິເສດຮ່າງມະຕິໂດຍກຸ່ມ 10 ປະເທດສະມາຊິກ ບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ຍື່ນສະເໜີ ເພື່ອຮຽກຮ້ອງຢຸດຍິງໃນທັນທີ, ໄຮ້ເງື່ອນໄຂ, ຍາວນານ ຢູ່ເຂດ ກາຊາ ແລະ ປ່ອຍອິດສະຫຼະພາບໃຫ້ແກ່ຕົວປະກັນທຸກຄົນໃນທັນທີ.

ອາເມລິກາ ປະຕິເສດຮ່າງມະຕິຈຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຢຸດຍິງຢູ່ເຂດ ກາຊາ (ພາບ:Reuters)

ວັນທີ 18 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ດ້ວຍຈຳນວນບັດສະໜັບສະໜູນ 14 ບັດ ແລະ ບັດຄ້ານຂອງ ອາເມລິກາ 1 ບັດ, ສະພາຄວາມໝັ້ນຄົງບໍ່ສາມາດຮັບຮອງເອົາມະຕິດັ່ງກ່າວໄດ້, ໃນນັ້ນ ກໍຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກບັນດາຂໍ້ຫ້າມຈຳກັດການຊ່ວຍເຫຼືອ, ຮັບປະກັນການຈຳໜ່າຍເຄື່ອງຊ່ວຍເຫຼືອໄປເຖິງປະຊາຊົນຢ່າງປອດໄພ ແລະ ຕໍ່ເນື່ອງໃນເຂດນີ້.

ໝາກຜົນການປ່ອນບັດຢູ່ສະພາຄວາມໝັ້ນຄົງໄດ້ເຮັດໃຫ້ເລື່ອງ ອາເມລິກາ ແລະ ອິດສະຣາແອັນ ທີ່ຕົກໃນທ່າໂດດດ່ຽວໃນເວທີສາກົນທີ່ກ່ຽວຂ້ອງເຖິງບັ້ນຮົບທີ່ແກ່ຍາວເກືອບ 2 ປີຜ່ານມາຢູ່ເຂດ ກາຊານັ້ນ ພົ້ນເດັ່ນຂຶ້ນ. ການບ່ອນປັດໄດ້ດຳເນີນກ່ອນທີ່ບັນດາການນຳໃນໂລກໄຂສັບປະດາສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 80 ສອງສາມວັນ, ເຊິ່ງເປັນບ່ອນທີ່ບັນຫາເຂດກາຊາ ຈະແມ່ນຫົວຂໍ້ຕົ້ນຕໍ ແລະ ຫຼາຍສຳພັນທະມິດຂອງ ອາເມລິກາ ຈະຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ເອກະລາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.