ຂ່າວເດັ່ນ

ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ ​ໃຫ້ລັດ​ເຊຍ ແລະ ຢູ​ແກຼນ ຢຸດ​ຕິ​ການ​ປະ​ທະ​ກັນ​ກ່ອນ​ວັນ​ທີ 8 ສິງ​ຫາ

ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ ​ໃຫ້ລັດ​ເຊຍ ແລະ ຢູ​ແກຼນ ຢຸດ​ຕິ​ການ​ປະ​ທະ​ກັນ​ກ່ອນ​ວັນ​ທີ 8 ສິງ​ຫາ

(VOVWORLD) - ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ.

ຕຶກອາຄານແຫ່ງໜຶ່ງຖືກລູກສອນໄພຂອງ ລັດເຊຍ  ຢູຢູແກຼນ (ພາບ: REUTERS/Inna Varenytsia)

ວັນທີ 31 ກໍລະກົດ, ກ່າວຄຳເຫັນຢູ່ສະພາຄວາມໝັ້ນຄົງ ສປຊ, ທ່ານ John Kelley ນັກການທູດຂັ້ນສູງ ອາເມລິກາ ຖືວ່າ ໄດ້ຮອດເວລາ ທີ່ໃຫ້ທັງລັດເຊຍ ແລະ ຢູແກຼນ ເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ມຸ່ງໄປເຖິງພື້ນຖານສັນຕິພາບແບບຍືນຍົງ. ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ, ພ້ອມທັງຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການເພີ່ມເຕີມເພື່ອຮັບປະກັນສັນຕິພາບ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນວ່າ ອາເມລິກາ ຈະຈັດວາງມາດຕະການລົງໂທດເພີ່ມເຕີມສຳລັບ ລັດເຊຍ ແລະ ບັນດາປະເທດທີ່ຊື້ສິນຄ້າສົ່ງອອກຂອງ ລັດເຊຍ ຖ້າປະເທດນີ້ ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນກັບ ຢູແກຼນ ໂດຍໄວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.