ຂ່າວເດັ່ນ

ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ ເລື່ອງ​ຫັນ​ການ​ພົວ​ພັນ​ກັບ ຊີ​ຣີ ເປັນ​ປົກ​ກະ​ຕິ

ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ ເລື່ອງ​ຫັນ​ການ​ພົວ​ພັນ​ກັບ ຊີ​ຣີ ເປັນ​ປົກ​ກະ​ຕິ

(VOVWORLD) - ອາເມລິກາ ພວມພິຈາລະນາເລື່ອງຫັນການພົວພັນກັບ ຊີຣີ ເປັນປົກກະຕິ, ພາຍຫຼັງການພົບປະກັບທ່ານປະທານາທິບໍດີຊົ່ວຄາວ Ahmed Al – Sharaa ຢູ່ ອາຣັບບີ ຊະອຸດິ.

ເຈົ້າຊາຍອາຣັບບີ ຊະອຸດິ Mohammed bin Salman, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຊົ່ວຄາວ ຊີຣີ  Ahmed al-Sharaa ໃນວັນທີ 14/5 (ພາບ:Daily Sabah)

ວັນທີ 14 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອາເມລິກາ ພວມພິຈາລະນາເລື່ອງຫັນການພົວພັນກັບ ຊີຣີ ເປັນປົກກະຕິ, ພາຍຫຼັງການພົບປະກັບທ່ານປະທານາທິບໍດີຊົ່ວຄາວ Ahmed Al – Sharaa  ຢູ່ ອາຣັບບີ ຊະອຸດິ.

        ເມື່ອກ່າວຄຳເຫັນໃນກອງປະຊຸມສຸດຍອດ ສະພາການຮ່ວມມືລະຫວ່າງເຂດອ່າວ ເປີເຊຍ (GCC) - ອາເມລິກາ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ, ອາເມລິກາ ພວມພິຈາລະນາເລື່ອງຫັນການພົວພັນກັບ ຊີຣີ ເປັນປົກກະຕິ, ໂດຍໄດ້ເລີ່ມດ້ວຍການພົບປະລະຫວ່າງທ່ານກັບທ່ານປະທານາທິບໍດີຊົ່ວຄາວ ຊີຣີ. ຖະແຫຼງການໜຶ່ງຈາກທຳນຽບຂາວໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ຮ້ອງທ່ານ Al – Sharaa  ລົງນາມໃນສັນຍາ Abraham  ກັບ ອິດສະຣາແອັນ ແລະ ມີຄວາມຮັບຜິດຊອບຕໍ່ບັນດາສູນກັກຂັງພວກກໍ່ການຮ້າຍຂອງລັດ ອິດສະຣາແອັນ ອ້າງຊື່ເອງ (IS) ຢູ່ ທາງທິດຕາເວັນອອກສ່ຽງເໜືອ ຊີຣີ. 

ມິງໂງ - ນັກຂ່າວ VOV  ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.