ຂ່າວເດັ່ນ

ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຄືນ​ຊາວ​ລີ້​ໄພ​ກວ່າ 200.000 ຄົນ ທີ່​ໄດ້ຮັບ​​ອະ​ນຸ​ຍາດ​ເຂົ້າ​ເມືອງ​ໃນສະ​ໄໝ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden

ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຄືນ​ຊາວ​ລີ້​ໄພ​ກວ່າ 200.000 ຄົນ ທີ່​ໄດ້ຮັບ​​ອະ​ນຸ​ຍາດ​ເຂົ້າ​ເມືອງ​ໃນສະ​ໄໝ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden

(VOVWORLD) - ອຳນາດການປົກຄອງປະທານາທິບໍດີ Donald Trump ພວມອອກຄຳສັ່ງໃຫ້ດຳເນີນການພິຈາລະນາຄືນຊາວລີ້ໄພທັງໝົດທີ່ເຂົ້າເມືອງ ອາເມລິກາ ພາຍໃຕ້ສະໄໝອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden. ຂໍ້ຕົກລົງດັ່ງກ່າວ ອາດຈະສົ່ງຜົນກະທົບຕໍ່ຊາວອົບພະຍົບແບບຖືກກົດໝາຍ ແລະ ນັບທັງຜູ້ມີບັດຂຽວ ຈຳນວນກວ່າ 200.000 ຄົນ.

        ຊາວລີ້ໄພທັງໝົດທີ່ເຂົ້າເມືອງ ອາເມລິກາ ແຕ່ວັນທີ 20 ມັງກອນ 2021 ຮອດວັນທີ 20 ກຸມພາ 2025 ນັ້ນ ຈະໄດ້ຮັບການພິຈາລະນາຢ່າງຮອບດ້ານ ແລະ ມີການສຳພາດຄືນໃໝ່, ລວມທັງຜູ້ທີ່ໄດ້ຮັບບັດຂຽວ (ບັດອະນຸຍາດອາໄສ). ຄຳສັ່ງດັ່ງກ່າວ ໂດຍອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສົ່ງເຖິງພະແນກອົບພະຍົບ ແລະ ສັນຊາດ ອາເມລິກາ ດ້ວຍເຫດຜົນ ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Joe Biden ອາດຈະໃຫ້ບຸລິມະສິດການພິຈາລະນະໃຫ້ມີຈຳນວນຫຼາຍຢ່າງວ່ອງໄວ, ຍິ່ງກວ່າເລື່ອງຖືເອົາຄຸນນະພາບການສຳພາດ, ຄັດເລືອກ ແລະ ກວດກາຢັ້ງຢືນຢ່າງລະອຽດ.

        ຕາມຄຳສັ່ງໂດຍອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ປະກາດແລ້ວ, ບຸກຄົນທີ່ຍື່ນໃບຄຳຮ້ອງ ແຕ່ບໍ່ມີເງື່ອນໄຂຢ່າງພຽງພໍຕາມລະບຽບການຂໍລີ້ໄພນັ້ນ ຈະບໍ່ມີສິດຄ້ານກັບຄຳຕັດສິນຂອງສານ, ບັນດາສະມາຊິກອື່ນໃນຄອບຄົວກໍຈະເສຍຖານະເຂົ້າເມືອງ. ເຖິງຢ່າງໃດກໍຕາມ, ບຸກຄົນເຫຼົ່ານັ້ນມີສິດແກ້ຄວາມຕໍ່ສານ.

ນັກຂ່າວ VOV  ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.