ຂ່າວເດັ່ນ

ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ກ່ຳ​ປັ່ນ​ບັນ​ທຸກ​ຍົ​ນຕື່ມ​ອີກ 1 ລຳ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ

ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ກ່ຳ​ປັ່ນ​ບັນ​ທຸກ​ຍົ​ນຕື່ມ​ອີກ 1 ລຳ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ

(VOVWORLD) - ອາເມລິກາ ໄດ້ຜັນຂະຫຍາຍກ່ຳປັ່ນບັນທຸກຍົນຕື່ມອີກ 01 ລຳຈາກ ມະຫາສະໝຸດອິນເດຍ - ປາຊີຟິກ ໄປຍັງ ຕາເວັນອອກກາງ.

ກ່ຳປັ່ນບັນທຸກຍົນ Carl Vinson (ພາບ: Reuters)

ວັນທີ 01 ເມສາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີິ້ ໄດ້ຜັນຂະຫຍາຍກ່ຳປັ່ນບັນທຸກຍົນຕື່ມອີກ 01 ລຳຈາກ ມະຫາສະໝຸດອິນເດຍ - ປາຊີຟິກ ໄປຍັງ ຕາເວັນອອກກາງ. ຕາມທຳນຽບ 05 ແຈແລ້ວ, ກ່ຳປັ່ນບັນທຸກຍົນ Harry Truman ສືບຕໍ່ມີໜ້າຢູ່ຕາເວັນອອກກາງ ໃນຂະນະທີ່ກ່ຳປັນບັນທຸກຍົນ Carl Vinson ຈະໄດ້ຈັດສົ່ງໄປແຕ່ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອເພີ່ມທະວີການມີໜ້າຂອງກອງທັບ ອາເມລິກາ ຢູ່ພາກພື້ນນີ້. ນອກຈາກກ່ຳປັ່ນບັນທຸກຍົນ 2 ລຳດັ່ງກ່າວແລ້ວ, ອາເມລິກາ ກໍໄດ້ຜັນຂະຫຍາຍບັນດາເຮືອບິນສູ້ຮົບໄປຍັງ ຕາເວັນອອອກກາງ ຕື່ມອີກ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວທາງອາກາດ.

        ການກະທຳດັ່ງກ່າວຂອງ ອາເມລິກາ ແມ່ນເພື່ອແນໃສ່ສືບຕໍ່ຊຸກຍູ້ສະຖຽນລະພາບໃຫ້ແກ່ພາກພື້ນ, ນາບຂູ່ບັນດາການກະທຳເກາະຜິດ ແລະ ປ້ອງກັນກະແສການຄ້າໃນພາກພື້ນ.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.