ຂ່າວເດັ່ນ

ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍທະ​ຫານ​ພິ​ທັກ​ແຫ່ງ​ຊາດ 2.000 ຄົນ ເພື່ອ​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ Los Angeles

ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍທະ​ຫານ​ພິ​ທັກ​ແຫ່ງ​ຊາດ 2.000 ຄົນ ເພື່ອ​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ Los Angeles

(VOVWORLD) - ບັນດາບັ້ນແຫ່ຂະບວນປະທ້ວງໄດ້ດຳເນີນເປັນມື້ທີ 2 ດ້ວຍຈໍານວນການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ພະນັກງານຮັບຜິດຊອບວຽກງານອົບພະອົບສະຫະລັດເພີ່ມຂຶ້ນ.

        ຕອນຄ່ຳວັນທີ 7 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຕົກລົງຜັນຂະຫຍາຍທະຫານພິທັກແຫ່ງຊາດ 2.000 ຄົນເພື່ອຮັບມືກັບບັນດາການແຫ່ຂະບວນປະທ້ວງຕ້ານຄືນພະນັກງານຮັບຜິດຊອບວຽກງານອົບພະຍົບທີ່ພວມຊອກວິທີຈັບຕົວຜູ້ເຂົ້າເມືອງແບບຜິດກົດໝາຍຢູ່ນະຄອນ Los Angeles, ລັດ California.

        ບັນດາບັ້ນແຫ່ຂະບວນປະທ້ວງໄດ້ດຳເນີນເປັນມື້ທີ 2 ດ້ວຍຈໍານວນການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ພະນັກງານຮັບຜິດຊອບວຽກງານອົບພະອົບສະຫະລັດເພີ່ມຂຶ້ນ. ບັນດາກຳລັງເຈົ້າໜ້າທີ່ຕ້ອງນຳໃຊ້ແກັດນ້ຳຕາ, ໝາກແຕກເພື່ອສະຫຼາຍກຸ່ມຄົນຈຳນວນຫຼາຍ. ຢ່າງໜ້ອຍສຸດມີຊາວເຂົ້າເມືອງຜິດກົດໝາຍ 121 ຄົນຖືກຈັບຕົວ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.