ຂ່າວເດັ່ນ

ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຢ່າງ​ຮອບ​ດ້ານ ລະ​ຫວ່າງ​ລັດ​ເຊຍ ແລະ ຢູ​ແກຼນ

ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຢ່າງ​ຮອບ​ດ້ານ ລະ​ຫວ່າງ​ລັດ​ເຊຍ ແລະ ຢູ​ແກຼນ

(VOVWORLD) - ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Marco Rubio ເນັ້ນໜັກວ່າ ວິທີການດີທີ່ສຸດເພື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນຮັບຮອງເອົາຂໍ້ຕົກລົງສັນຕິພາບຢ່າງຮອບດ້ານ.

ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Marco Rubio  (ພາບ: REUTERS/Jeenah Moon)

ວັນທີ 15 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການພົບປະກັນຢູ່ ລັດ Alaska (ອາເມລິກາ) ເພື່ອແນໃສ່ປຶກສາຫາລືກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ເຖິງວ່າ ສອງຝ່າຍລ້ວນແຕ່ຖືວ່າ ການພົບປະເຈລະຈາໄດ້ດຳເນີນຢ່າງມີປະສິດທິຜົນແຕ່ຍັງບໍ່ທັນມີບາດກ້າວບຸກທະລຸໃດຖືກໄດ້ຍົກອອກມາຢູ່ເຫດການຄັ້ງນີ້.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 17 ສິງຫາ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Marco Rubio ເນັ້ນໜັກວ່າ ວິທີການດີທີ່ສຸດເພື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນຮັບຮອງເອົາຂໍ້ຕົກລົງສັນຕິພາບຢ່າງຮອບດ້ານ. ທ່ານໃຫ້ຮູ້ວ່າ:

ທຸກຝ່າຍລ້ວນແຕ່ເຫັນດີວ່າ ວິທີການດີທີ່ສຸດເພື່ອຢຸດຕິການປະທະກັນນີ້ແມ່ນ ຮັບຮອງເອົາຂໍ້ຕົກລົງຢ່າງຮອບດ້ານ. ພວກຂ້າພະເຈົ້າເຄີຍຮຽກຮ້ອງຂໍ້ຕົກລົງຢຸດຍິງແຕ່ເປັນໜ້າເສຍດາຍຝ່າຍ ລັດເຊຍ ບໍ່ເຫັນດີ. ປັດຈຸບັນ ພວກຂ້າພະເຈົ້າບໍ່ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງ ແຕ່ແນໃສ່ເປົ້າໝາຍຢຸດຕິການປະທະກັນນີ້ເທົ່ານັ້ນ.

ທ່ານລັດຖະມົນຕີການຕ່າງປະເທດ Rubio ຖືວ່າ ເພື່ອບັນລຸໄດ້ຂໍ້ຕົກລົງບັນດາຝ່າຍລ້ວນແຕ່ຕ້ອງມີການປະນີປະນອມໃດໜຶ່ງ ແລະ ນັ້ນແມ່ນສິ່ງຕົ້ນຕໍ່ຂອງບັນດາການເຈລະຈາໃນປັດຈຸບັນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Rubio ແລ້ວ, ເລື່ອງສືບຕໍ່ລົງໂທດລັດເຊຍ ຖ້າບັນດາຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງສັນຕິພາບພຽງແຕ່ເຮັດໃຫ້ບັນດາການເຈລະຈາແກ່ຍາວຕື່ມອີກ ເຊິ່ງບໍ່ບັນລຸໄດ້ປະສິດທິຜົນໃດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.