ຂ່າວເດັ່ນ

ອາ​ເມ​ລິ​ກາ ສືບ​ຕໍ່​ຜ່ອນ​ຄາຍ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ ຊີ​ຣີ

ອາ​ເມ​ລິ​ກາ ສືບ​ຕໍ່​ຜ່ອນ​ຄາຍ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ ຊີ​ຣີ

(VOVWORLD) - ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ອາເມລິກາ ຢັ້ງຢືນຈະສະໜັບສະໜູນຂໍ້ຕົກລົງປ້ອງກັນຄວາມສະຫົງບລະຫວ່າງ ອິດສະຣາແອັນ ແລະ ຊີຣີ.

(ພາບ: ກະຊວງການຕ່າງປະເທດ ອາເມລິກາ)

     ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການພົບປະເຈລະຈາລັບກັບທ່ານ Ahmed al-Sharaa. ປະທານາທິບໍດີ  ຊີຣີ ຢູ່ທຳນຽບຂາວໃນຕອນທ່ຽງວັນທີ  10 ພະຈິກ (ຕາມເວລາ ອາເມລິກາ). ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອ ຊີຣີ ຍາດໄດ້ເອກະລາດ ທີ່ປະມຸກລັດປະເທດນີ້ ໄປຢ້ຽມຢາມ ອາເມລິກາ. ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍ ຊີຣີ ໃຫ້ປະສົບຜົນສຳເລັດ ຍ້ອນວ່າ ນັ້ນແມ່ນພາກສ່ວນໜຶ່ງຂອງຕາເວັຮອອກກາງ.

  ໃນວັນດຽວກັນ, ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ອາເມລິກາ ຢັ້ງຢືນຈະສະໜັບສະໜູນຂໍ້ຕົກລົງປ້ອງກັນຄວາມສະຫົງບລະຫວ່າງ ອິດສະຣາແອັນ ແລະ ຊີຣີ. ໄປຄຽງຄູ່ກັນນັ້ນ, ຊີຣີ ກໍ່ເຫັນດີຈະໂຮມກຳລັງປະຊາທິປະໄຕ ຊີຣີ ໂດຍຊາວເກີດນຳພາ ເຂົ້າຖັນແຖວກອງທັບ ຊີຣີ.

  ກະຊວງການເງິນ ອາເມລິກາ ໄດ້ປະກາດລັດຖະດຳລັດສະບັບໃໝ່ທີ່ມີຜົນບັງຄັບໃຊ້ໃນຮອບເວລາ 180 ວັນ, ແທນໃຫ້ບັນດາມາດຕະການລົງໂທດຮອບດ້ານສຳລັບ ຊີຣີ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາໃນການສືບຕໍ່ຜ່ອນຄາຍຄຳສັ່ງລົງໂທດທີ່ມີຕໍ່ ຊີຣີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.