ຂ່າວເດັ່ນ

ອາ​ເມ​ລິ​ກາ ຖະ​ແຫຼງ ອາ​ຣັບ​ບີ ຊະ​ອຸ​ດິ ແມ່ນ​ສຳ​ພັນ​ທະ​ມິດ​ໃຫຍ່​ ນອ​ກ​ຈາກ NATO

ອາ​ເມ​ລິ​ກາ ຖະ​ແຫຼງ ອາ​ຣັບ​ບີ ຊະ​ອຸ​ດິ ແມ່ນ​ສຳ​ພັນ​ທະ​ມິດ​ໃຫຍ່​ ນອ​ກ​ຈາກ NATO

(VOVWORLD) - ໃນຂອບເຂດການຢ້ຽມຢາມ 2 ວັນ, ອາຣັບບິ ຊະອຸດິ ໄດ້ຖະແຫຼງລົງທຶນ 1000 ຕື້ USD ເຂົ້າ ອາເມລິກາ.

ວັນທີ 18 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຖະແຫຼງບົ່ງຕົວ ອາຣັບບິ ຊະອຸດິ ແມ່ນສຳພັນທະມິດໃຫຍ່ຂອງ ວໍຊິງຕັນ ນອກຈາກ NATO. ລະບອບຂໍ້ກຳນົດນີ້, ອາເມລິກາ ຫາກໍ່ສະຫງວນໃຫ້ແກ່ບັນດາປະເທດ ເຊິ່ງລວມມີ ອິດສະຣາແອັນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

        ຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກມາໃນສະພາບການຢ້ຽມຢາມ ວໍຊິງຕັນ ຂອງເຈົ້າຊາຍແຫ່ງ ອາຣັບບິ ຊະອຸດິ Mohammed bin Salman. ໃນຂອບເຂດການຢ້ຽມຢາມ 2 ວັນ, ອາຣັບບິ ຊະອຸດິ ໄດ້ຖະແຫຼງລົງທຶນ 1000 ຕື້ USD ເຂົ້າ ອາເມລິກາ. ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump  ແລ້ວ, ເລື່ອງບົ່ງຕົວປະເທດເຂດອ່າວແມ່ນສຳພັນທະມິດໃຫຍ່ນອກຈາກ NATO ນັ້ນ ຈະນຳການຮ່ວມມືດ້ານການທະຫານລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ອາເມລິກາ ກໍຫາຕົກລົງເຫັນດີຂາຍເຮືອບິນຂັບໄລ່ F-35 ໃຫ້ແກ່ ອາຣັບບິ ຊະອຸດິ.

ນັກຂ່າວ VOV  ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.