ຂ່າວເດັ່ນ

ອາ​ເມ​ລິ​ກາ ຖະ​ແຫຼງ​ບໍ່​ຕ້ອງ​ການການ​ຊ່ວຍ​ໜູນຈາກ NATO; ຜູ້​ອຳ​ນວຍ​ການ​ສູນ​ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

ອາ​ເມ​ລິ​ກາ ຖະ​ແຫຼງ​ບໍ່​ຕ້ອງ​ການການ​ຊ່ວຍ​ໜູນຈາກ NATO; ຜູ້​ອຳ​ນວຍ​ການ​ສູນ​ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

(VOVWORLD) - ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງ ອາເມລິກາ ບັນລຸໄດ້ຜົນສຳເລັດທາງການທະຫານຄັ້ງທີ່ຕັດສິນຢູ່ ອີຣານ. ທ່ານເຈົ້າຂອງທຳນຽບຂາວຜູ້ທີ 47 ຢັ້ງຢືນວ່າ ອາເມລິກາ ສາມາດເຄື່ອນໄຫວແບບເອກະລາດເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໄດ້.

ທ່ານ Donald Trump ປະທານທິບໍດີ ອາເມລິກາ ຫາກໍຍົກອອກຖະແຫຼງການຢ່າງແຮງກ່ຽວຂ້ອງເຖິງບັ້ນຮົບການທະຫານຢູ່ຕາເວັນອອກກາງ ໂດຍໃຫ້ຮູ້ວ່າ ສ່ວນໃຫຍ່ບັນດາປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO) ບໍ່ຢາກເຂົ້າຮ່ວມພ້ອມກັບ ອາເມລິກາ ໃນບັ້ນຮົບການທະຫານເລັ່ງໃສ່ ອີຣານ. ຕາມທ່ານແລ້ວ, ໃນຫຼາຍປີຜ່ານມາ, ອາເມລິກາ ຕ້ອງເບີກຈ່າຍເງິນຈຳນວນນັບຮ້ອຍຕື້ USD ເພື່ອປົກປ້ອງບັນດາປະເທດນີ້ ແຕ່ບໍ່ໄດ້ຮັບການໜູນຊ່ວຍທີ່ສົມຄູ່.

        ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງ ອາເມລິກາ ບັນລຸໄດ້ຜົນສຳເລັດທາງການທະຫານຄັ້ງທີ່ຕັດສິນຢູ່ ອີຣານ. ທ່ານເຈົ້າຂອງທຳນຽບຂາວຜູ້ທີ 47 ຢັ້ງຢືນວ່າ ອາເມລິກາ ສາມາດເຄື່ອນໄຫວແບບເອກະລາດເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໄດ້.

        ໃນການເຫດການອື່ນ, ວັນທີ 17 ມີນາ, ທ່ານ Joseph Kent, ຜູ້ອຳນວຍການສູນຕ້ານການກໍ່ການຮ້າຍແຫ່ງຊາດ ອາເມລິກາ ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງ ແລະ ເປີດເຜີຍຫຼັກໝັ້ນຄັດຄ້ານສົງຄາມຢູ່ ອີຣານ. ໃນຈົດໝາຍ, ທ່ານ Kent  ໄດ້ສະແດງທັດສະນະວ່າ ບໍ່ສາມາດສືບຕໍ່ສະໜັບສະໜູນການຕໍ່ສູ້ໃນປັດຈຸບັນ ແລະ ຢັ້ງຢືນວ່າ ອີຣານ ບໍ່ໄດ້ສ້າງໄພນາບຂູ່ຮີບດ່ວນໃດຕໍ່ ອາເມລິກາ.

      

This site is protected by reCAPTCHA and the Google Privacy Policy and Terms of Service apply.