ຂ່າວເດັ່ນ

ອາ​ເມ​ລິ​ກາ ຖະ​ແຫຼງ​ຈະ​ຖອນ​ຕົວ​ອອກ​ຈາກ 66 ອົງ​ການ​ຈັດ​ຕັ້ງ​ສາ​ກົນ

ອາ​ເມ​ລິ​ກາ ຖະ​ແຫຼງ​ຈະ​ຖອນ​ຕົວ​ອອກ​ຈາກ 66 ອົງ​ການ​ຈັດ​ຕັ້ງ​ສາ​ກົນ

(VOVWORLD) - ຕາມແຈ້ງການຂອງ ທຳນຽບຂາວແລ້ວ, ບັນຊີລາຍຊື່ນີ້ລວມມີ 35 ອົງການບໍ່ຂຶ້ນກັບ ສປຊ ແລະ 31 ອົງການຂອງ ສປຊ, ເຊິ່ງວໍຊິງຕັນ ຖືວ່າ ບໍ່ຮັບໃຊ້ຜົນປະໂຫຍດຂອງອາເມລິກາ ແລ້ວ.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ທຳນຽບຂາວ (ພາບ: REUTERS/Carlos Barria)

ວັນທີ 7 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ  ໄດ້ເຊັນລັດຖະບັນຍັດ, ຖອນອາເມລິກາ ອອກຈາກ 66 ອົງການຈັດຕັ້ງສາກົນ, ສຳນັກງານ ແລະ ຄະນະກຳມະການສາກົນ, ໃນນັ້ນມີ ສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA), ເຊິ່ງສ້າງຂີດໝາຍບາດກ້າວຖອຍຫຼັງຢ່າງແຮງຂອງ ວໍຊິງຕັນ ອອກຈາກການຮ່ວມມືຫຼາຍຝ່າຍທົ່ວໂລກ. ຕາມແຈ້ງການຂອງ ທຳນຽບຂາວແລ້ວ, ບັນຊີລາຍຊື່ນີ້ລວມມີ 35 ອົງການບໍ່ຂຶ້ນກັບ ສປຊ ແລະ 31 ອົງການຂອງ ສປຊ, ເຊິ່ງວໍຊິງຕັນ ຖືວ່າ ບໍ່ຮັບໃຊ້ຜົນປະໂຫຍດຂອງອາເມລິກາ ແລ້ວ. ຕາມນັ້ນແລ້ວ, ອາເມລິກາ ຈະຢຸດຕິການເຂົ້າຮ່ວມ ແລະ ອຸປະຖຳໃຫ້ແກ່ບັນດາອົງການດັ່ງກ່າວ, ພາຍຫຼັງວິວັດການສຳຫຼວດກວດຄືນຢ່າງຮອບດ້ານ ບົດບາດຂອງປະເທດນີ້ ໃນລະບອບລະບຽບການສາກົນ, ໃນນັ້ນກໍ່ມີທັງບັນດາອົງການຂຶ້ນກັບ ສປຊ.

This site is protected by reCAPTCHA and the Google Privacy Policy and Terms of Service apply.