ຂ່າວເດັ່ນ

ອາ​ເມ​ລິ​ກາ ຖະ​ແຫຼງ​ຍິງ​​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ ອີ​ຣານ ຕົກ

ອາ​ເມ​ລິ​ກາ ຖະ​ແຫຼງ​ຍິງ​​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ ອີ​ຣານ ຕົກ

(VOVWORLD) - ໃນວັນທີ 03 ກຸມພາ, ທຳນຽບຂາວ ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ຍິງຕົກເຮືອບິນບໍ່ມີຄົນຂັບ (UAV) ຂອງ ອີຣານ ຕົກເມື່ອອຸປະກອນນີ້ເຂົ້າໃກ້ກັບກ່ຳປັ່ນເດີ່ນບິນຢູ່ທະເລ ອາຣັບ.

  ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ເຮືອບິນ UAV ໄດ້ຮັບການຢັ້ງຢືນວ່າແມ່ນລຸ້ນ Shahed, ພວມບິນມຸ່ງໜ້າໄປສູ່ທາງກ່ຳປັ່ນເດີ່ນບິນ USS Abraham Lincoln ແລະ ຖືກເຮືອບິນຂັບໄລ່ F- 35 Lightning II ຍິງຕົກ ພາຍຫຼັງສຳຜັດກັບກຸ່ມສູ້ຮົບກ່ຳປັ່ນເດີ່ນບິນ.

        ກໍໃນວັນດຽວກັນ, ສຳນັກຂ່າວສານ Tasnim ຂອງ ອີຣານ ໃຫ້ຮູ້ວ່າ ເຮືອບິນບໍ່ມີຄົນຂັບຂາດສັນຍານເຊື່ອມຕໍ່ ເມື່ອມັນພວມເຄື່ອນໄຫວຢູ່ເຂດທະເລສາກົນ ແລະ ສາຍເຫດທີ່ເຮັດໃຫ້ສັນຍານຂາດນັ້ນແມ່ນຍັງບໍ່ທັນຢັ້ງຢືນໄດ້ເທື່ອ. ກ່ອນໜ້ານັ້ນ, ສື່ມວນຊົນ ອີຣານ ກ່າວວ່າ UAV ພວມປະຕິບັດ “ໜ້າທີ່ຕິດຕາມກວດກາ” ແລະ ບໍ່ໄດ້ຢັ້ງຢືນວ່າຖືກຍິງຕົກ.

ເຖິງຢ່າງໃດກໍຕາມ, ທ່ານນາງ Karoline Leavitt ເລຂາສື່ມວນຊົນ ທຳນຽບຂາວ ໃຫ້ຮູ້ວ່າ ການເຈລະຈາລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ ໃນທ້າຍອາທິດນີ້ ຍັງຈະດຳເນີນຕາມແຜນ.

VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.