ຂ່າວເດັ່ນ

ອາ​ເມ​ລິ​ກາ ຢັ້ງ​ຢືນ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ກັບ ອີ​ຣານ ຍັງ​ຄົງ​​ດີຢູ່

ອາ​ເມ​ລິ​ກາ ຢັ້ງ​ຢືນ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ ກັບ ອີ​ຣານ ຍັງ​ຄົງ​​ດີຢູ່

(VOVWORLD) - ທ່ານຮອງປະທານາທິບໍດີ ອາເມລິກາ Jame David Vance ໃຫ້ຮູ້ວ່າ ມາຮອດຈຸດເວລານີ້, ບັນດາການເຈລະຈາ ກັບ ອີຣານ ຍັງຄົງດີຢູ່ ແລະ ສອງຝ່າຍພວມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງ ຊ່ວຍອີຣານ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຄືນໃໝ່.

ທ່ານຮອງປະທານາທິບໍດີ ອາເມລິກາ Jame David Vance (ພາບ: CNN)

ວັນທີ 7 ພຶດສະພາ, ທ່ານຮອງປະທານາທິບໍດີ ອາເມລິກາ Jame David Vance ໃຫ້ຮູ້ວ່າ ມາຮອດຈຸດເວລານີ້, ບັນດາການເຈລະຈາ ກັບ ອີຣານ ຍັງຄົງດີຢູ່ ແລະ ສອງຝ່າຍພວມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງ ຊ່ວຍອີຣານ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຄືນໃໝ່, ພ້ອມທັງສະກັດກັ້ນ ປະເທດນີ້ກຳມະສິດອາວຸດນິວເຄຼຍ. ຕາມທ່ານຮອງປະທານາທິບໍດີ ອາເມລິກາ ແລ້ວ, ອີຣານຍັງສາມາດຮັບປະກັນໂຄງການນິວເຄຼຍພົນລະເຮືອນຂອງຕົນໄດ້. ຖະແຫຼງການຂອງທ່ານຮອງປະທານາທິບໍດີ ອາເມລິກາ ໄດ້ຍົກອອກມາໃນສະພາບການສື່ມວນຊົນສອງປະເທດຢັ້ງຢືນຮອບເຈລະຈາຕໍ່ໄປລະຫວ່າງສອງຝ່າຍຈະໄດ້ດຳເນີນໃນທ້າຍອາທິດນີ້, ອາດຈະແມ່ນໃນວັນທີ 11 ພຶດສະພາຈະມາເຖິງ ຢູ່ ໂອມານ. ທ່ານຮອງປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ ທ່ານປະທານາທິບໍດີ Trump ພ້ອມແລ້ວທີ່ຈະໂອ້ລົມກັບ ລັດເຊຍ ແລະ ຈີນ ໃນຊຸມປີຈະມາເຖິງເພື່ອປຶກສາຫາລືກ່ຽວກັບການຫຼຸດຜ່ອນຈຳນວນອາວຸດນິວເຄຼຍໃນທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.