ຂ່າວເດັ່ນ

ອາ​ເມ​ລິ​ກາ ຢັ້ງ​ຢືນ​ຂໍ້​ມູນ​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​​ສຳ​ລັບການ​ປະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

ອາ​ເມ​ລິ​ກາ ຢັ້ງ​ຢືນ​ຂໍ້​ມູນ​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​​ສຳ​ລັບການ​ປະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

(VOVWORLD) - ທ່ານນາງ Karoline Leavitt ເລຂາສື່ມວນຊົນ ທຳນຽບຂາວ ໄດ້ປະກາດຮ່າງແຜນການສັນຕິພາບຂອງ ອາເມລິກາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະໜັບສະໜູນ ແລະ ພວມໄດ້ເຈລະຈາກັບທັງລັດເຊຍ ແລະ ຢູແກຼນ, ເຊິ່ງຖືວ່າດີສຳລັບທັງສອງປະເທດ

ວັນທີ 20 ພະຈິກ, ທ່ານນາງ Karoline Leavitt ເລຂາສື່ມວນຊົນ ທຳນຽບຂາວ ໄດ້ປະກາດຮ່າງແຜນການສັນຕິພາບຂອງ ອາເມລິກາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະໜັບສະໜູນ ແລະ ພວມໄດ້ເຈລະຈາກັບທັງລັດເຊຍ ແລະ ຢູແກຼນ, ເຊິ່ງຖືວ່າດີສຳລັບທັງສອງປະເທດ.

ທ່ານນາງ Karoline Leavitt ໃຫ້ຮູ້ວ່າ ຮ່າງແຜນການໂດຍທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ Trump, ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ສ້າງຂຶ້ນໃນເວລາ 1 ເດືອນ. ຮ່າງແຜນການ “ພວມໄດ້ຮັບການສົ່ງເສີມ ແລະ ອາດສາມາດປ່ຽນແປງ”. ປັດຈຸບັນ, ອາເມລິກາ ພວມມີບັນດາການແລກປ່ຽນຢ່າງຕັ້ງໜ້າກັບ ຢູແກຼນ ແລະ ລັດເຊຍ ເພື່ອຊອກຮູ້ບັນດາຄຳໝັ້ນສັນຍາຂອງບັນດາປະເທດນີ້ຢ່າງຈະແຈ້ງ.

ໃນວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ຢູແກຼນ ໄດ້ຢັ້ງຢືນວ່າ: ທ່ານ Zelensky ປະທານາທິບະດີ ຢູແກຼນ ໄດ້ຮັບຮອງເອົາແຜນການສັນຕິພາບຂອງອາເມລິກາ ເພື່ອແນໃສ່ຟື້ນຟູວິວັດການ ທາງການທູດແນໃສ່ຢຸດຕິການປະທະກັນກັບ ລັດເຊຍແລ້ວ. ຫ້ອງວ່າການປະທານາທິບໍດີ ຢູແກຼນ ແຈ້ງວ່າ ທ່ານ Zelensky ຈະມີການແລກປ່ຽນກັບຄູ່ຮ່ວມຕຳແໜ່ງທ່ານ Trump ໃນຊຸມວັນຈະມາເຖິງກ່ຽວກັບ ບັນດາຈຸດຫຼັກແຫຼ່ງ ເພື່ອບັນລຸໄດ້ສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.