ຂ່າວເດັ່ນ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ອອກວິ​ຊາ​ໃຫ້​ແກ່​ພົນ​ລ​ະ​ເມືອງ ອາບ​ກາ​ນິດ​ສະ​ຖານ​ ທັງ​ໝົດ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ອອກວິ​ຊາ​ໃຫ້​ແກ່​ພົນ​ລ​ະ​ເມືອງ ອາບ​ກາ​ນິດ​ສະ​ຖານ​ ທັງ​ໝົດ

(VOVWORLD) - ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ນຳບັນດາອົງການການທູດ ອາເມລິກາ ທັງໝົດໃນໂລກ ຢຸດຕິການອອກວິຊີທຸກປະເພດໃຫ້ແກ່ພົນລະເມືອງ ອາບການິດສະຖານ.

(ພາບປະກອບ: REUTERS/Dado Ruvic)

ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump  ໄດ້ຊີ້ນຳບັນດາອົງການການທູດ ອາເມລິກາ ທັງໝົດໃນໂລກ ຢຸດຕິການອອກວິຊີທຸກປະເພດໃຫ້ແກ່ພົນລະເມືອງ ອາບການິດສະຖານ, ໝາຍຄວາມວ່າ ໂຄງການວິຊາພິເສດທີ່ສະຫງວນໃຫ້ແກ່ຊາວ ອາບການິດສະຖານ ທີ່ເຄີຍຊ່ວຍເຫຼືອ ອາເມລິກາ ໃນຕະຫຼອດ 2 ທົດສະວັດ ທີ່ປະເທດນີ້ມີທະຫານປະຈຳຢູ່ ອາບການິດສະຖານ ກໍຖືກຢຸດຕິເຊັ່ນດຽວກັນ.

ແຈ້ງການຂອງລັດຖະບານເຖິງບັນດາອົງການຕາງໜ້າທາງການທູດ ອາເມລິກາ ໃນວັນທີ 28 ພະຈິກ ມີຜົນສັກສິດໃນທັນທີ, ໂດຍໄດ້ລະບຸຢ່າງຈະແຈ້ງວ່າ ທຸກສຳເນົາເອກະສານຂໍວິຊາຂອງພົນລະເມືອງ ອາບການິດສະຖານ, ລວມທັງວິຊາປະຈຳຖິ່ນພິເສດ ລ້ວນແຕ່ຖືກປະຕິເສດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.