ຂ່າວເດັ່ນ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຍົ​ກ​ເວັ້ນ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ລາ​ຄາ​ຖືກນຳ​ເຂົ້າ​ຈາກ ຈີນ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຍົ​ກ​ເວັ້ນ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ລາ​ຄາ​ຖືກນຳ​ເຂົ້າ​ຈາກ ຈີນ

(VOVWORLD) - ນັບແຕ່ວັນທີ 2 ພຶດສະພາ, ສິນຄ້າຈາກ ຈີນ ທີ່ໄດ້ຂົນສົ່ງການຄ້າເຂົ້າໄປ ອາເມລິກາ ຈະຖືກເສຍອັດຕາພາສີເພີ່ມເຕີມແມ່ນ 145% ບວກກັບອັດຕາພາສີໃນເມື່ອກ່ອນ.

ວັນທີ 2 ພຶດສະພາ, ອາເມລິກາ ໄດ້ຢຸດຕິນະໂຍບາຍຍົກເວັ້ນພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ ທີ່ມີມູນຄ່າຕ່ຳກວ່າ 800 USD. ການກະທຳດັ່ງກ່າວ ໄດ້ຮັບການຕີລາຄາວ່າ ອາດກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ບັນດາແອັບການຄ້າເອເລັກໂຕນິກທົ່ວໄປຂອງ ຈີນ, ເຊິ່ງເປັນບັນດາ platform ສະໜອງສິນຄ້າລາຄາຖືກ ທີ່ຜູ້ບໍລິໂພກ ອາເມລິກາ ນິຍົມ.

ຕາມນັ້ນແລ້ວ, ນັບແຕ່ວັນທີ 2 ພຶດສະພາ, ສິນຄ້າຈາກ ຈີນ ທີ່ໄດ້ຂົນສົ່ງການຄ້າເຂົ້າໄປ  ອາເມລິກາ ຈະຖືກເສຍອັດຕາພາສີເພີ່ມເຕີມແມ່ນ 145% ບວກກັບອັດຕາພາສີໃນເມື່ອກ່ອນ, ຍົກເວັ້ນແຕ່ບັນດາຜະລິດຕະພັນຄື ໂທລະສັບມືຖືສະມາດໂຟນ ທີ່ໄດ້ຮັບການຕົກລົງໃຫ້ຍົກເວັ້ນແຕ່ເດືອນກ່ອນ. ເຖິງຢ່າງໃດກໍຕາມ, ສິນຄ້າທີ່ມີມູນຄ່າຕ່ຳກວ່າ 800 USD ທີ່ສົ່ງຜ່ານທາງໄປສະນີ ອາເມລິກາ ຈະຕ້ອງເສຍລະດັບອັດຕາພາສີຕ່າງ, ເທົ່າກັບ 120% ມູນຄ່າສິນຄ້າ ຫຼື ອັດຕາພາສີຄົງທີ່ແມ່ນ 100 USD ຕໍ່ກ່ອງສິນຄ້າ.

ຕາມຕົວເລກຈາກອົງການສະຖິຕິ ອາເມລິກາ ແລ້ວ, ສິນຄ້າທີ່ມີມູນຄ່າຕ່ຳຈາກ ຈີນ ເຂົ້າໄປ ອາເມລິກາ ລວມມູນຄ່າປະມານ 5,1 ຕື້ USD ໃນປີ 2024.

This site is protected by reCAPTCHA and the Google Privacy Policy and Terms of Service apply.