ຂ່າວເດັ່ນ

ອາ​ເມ​ລິ​ກາ ຢຸດ​ຕິຊົ່ວ​ຄາວ​ການ​ພິ​ຈາ​ລະ​ນາ​ເລື່ອງ​ຂໍ​ເຂົ້າ​ເມືອງຕັ້ງ​ຖິ່ນ​ຖານ ອາ​ເມ​ລິ​ກາ ຂອງ​ພົນ​ລະ​ເມືອງ 19 ປະ​ເທດ

ອາ​ເມ​ລິ​ກາ ຢຸດ​ຕິຊົ່ວ​ຄາວ​ການ​ພິ​ຈາ​ລະ​ນາ​ເລື່ອງ​ຂໍ​ເຂົ້າ​ເມືອງຕັ້ງ​ຖິ່ນ​ຖານ ອາ​ເມ​ລິ​ກາ ຂອງ​ພົນ​ລະ​ເມືອງ 19 ປະ​ເທດ

(VOVWORLD) - ວັນທີ 02 ທັນວາ, ໜັງສືພິມ New York Times ໄດ້ໃຫ້ຂ່າວອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ຢຸດຕິຊົ່ວຄາວການແກ້ໄຂບັນດາເອກະສານຂໍເຂົ້າເມືອງ, ລວມມີ ໃບຄຳຮ້ອງຂໍບັດຂຽວ ແລະ ຖືສັນຊາດ, ສຳລັບພົນລະເມືອງທີ່ມາຈາກ 19 ປະເທດ.

ຕາມບັນດາເຈົ້າໜ້າທີ່ສະຫະລັດ ອາເມລິກາ ແລ້ວ, 19 ປະເທດ ນີ້ ຖືກ ວໍຊິງຕັນ ຫ້າມຍື່ນໃບຄຳຮ້ອງຂໍລະບຽບຂໍ້ກຳນົດຢູ່ພະແນກອົບພະຍົບ ແລະ ຖືສັນຊາດ ອາເມລິກາ (USCIS) ນັບແຕ່ເດືອນ ມິຖຸນາ ເປັນຕົ້ນມາ. ໃນບັນຊີລາຍຊື່ປັດຈຸບັນ ລວມມີ ອາບການິດສະຖານ, ມຽນມາ, ຊາດ, ກົງໂກ, ກີເນ ເອກົວຕໍຣີອານ, ອີຣີເຕເຣຍ, ໄຮຕີ, ອີຣານ, ລີບີ, ໂຊມາລີ, ຊູດັງ, ເຢແມນ, ບູຣູນດີ, ກູບາ, ລາວ, ເຊຍຣາເລອອນ, ໂຕໂກ, ຕວັກເມນິດສະຕັງ ແລະ ເວເນຊູເອລາ.

ກ່ອນໜ້ານັ້ນ, ສຳນັກຂ່າວສານ CNN ໃຫ້ຮູ້ວ່າ ທ່ານ Kristi Noem ລັດຖະມົນຕີຄວາມໝັ້ນຄົງພາຍໃນ ໄດ້ສະເໜີທຳນຽບຂາວເປີດກວ້າງບັນຊີລາຍຊື່ຫ້າມການໄປມາສຳລັບ 30 – 32 ປະເທດ, ເຊິ່ງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ຕົວເລກ 19 ປະເທດ ໃນປັດຈຸບັນ. ຂໍ້ສະເໜີໄດ້ຍົກອອກມາພາຍຫຼັງເຫດຍິງປືນຢູ່ວໍຊິງຕັນ D.C ເຮັດໃຫ້ທະຫານພິທັກແຫ່ງຊາດໜຶ່ງຄົນເສຍຊີວິດ ແລະ ໜຶ່ງຄົນບາດເຈັບສາຫັດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.