ຂ່າວເດັ່ນ

ອາ​ເມ​ລິ​ກາ, ຢູ​ແກຼນ ຕີ​ລາ​ຄາ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ແຮ່​ທາດ

ອາ​ເມ​ລິ​ກາ, ຢູ​ແກຼນ ຕີ​ລາ​ຄາ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ແຮ່​ທາດ

(VOVWORLD) - ວັນທີ 01 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ໄດ້ຕີລາຄາສູງຂໍ້ຕົກລົງແຮ່ທາດທີ່ໄດ້ລົງນາມກັບ ອາເມລິກາ, ຖືນີ້ແມ່ນ “ໜຶ່ງຂີດໝາຍສຳຄັນ” ໃນການພົວພັນລະຫວ່າງ ວໍຊິງຕັນ ແລະ ກີແອັບ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: AP/TTXVN)

   ໃນສື່ສັງຄົມອອນໄລ X, ທ່ານລັດຖະມົນຕີການຕ່າງປະເທດ Sybiha ເນັ້ນໜັກວ່າ: “ນີ້ແມ່ນຂີດໝາຍສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຢູແກຼນ ແລະ ອາເມລິກາ, ເພື່ອແນໃສ່ປັບປຸງພື້ນຖານເສດຖະກິດ ແລະ ຄວາມໝັ້ນຄົງຂອງ ຢູແກຼນ.”

        ໃນຂະນະນັ້ນ, ເມື່ອຕອບສຳພາດຊ່ອງຂ່າວເສດຖະກິດ, ການເງິນ Fox Business Network (ອາເມລິກາ), ວັນທີ 01 ພຶດສະພາ,  ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent ກໍໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງແຮ່ທາດລະຫວ່າງ ອາເມລິກາ ແລະ ຢູແກຼນ ໄດ້ສ້າງຂີດໝາຍບາດກ້າວເດີນໃນການພົວພັນດ້ານເສດຖະກິດຮອບດ້ານລະຫວ່າງສອງປະເທດ. ຕາມທ່ານ Bessent ແລ້ວ, ຂໍ້ຕົກລົງນີ້ ຈະຊ່ວຍໃຫ້ທ່ານປະທານາທິບໍດີ Donald Trump ເຈລະຈາກັບ ລັດເຊຍ ດ້ວຍພື້ນຖານທີ່ເຂັ້ມແຂງກວ່າ.


This site is protected by reCAPTCHA and the Google Privacy Policy and Terms of Service apply.