ຂ່າວເດັ່ນ

ອາ​ເມ​ລິ​ກາ - ຢູ​ແກຼນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ 28 ຈຸດ

ອາ​ເມ​ລິ​ກາ - ຢູ​ແກຼນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ 28 ຈຸດ

(VOVWORLD) - ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຕີລາຄາວ່ານີ້ແມ່ນການປຶກສາຫາລືທີ່ມີປະສິດທິຜົນ ແລະ ມີຄວາມໝາຍທີ່ສຸດລະຫວ່າງບັນດາເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ.

ວັນທີ 23 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ທ່ານ Dan Driscoll ລັດຖະມົນຕີທະຫານບົກ ແລະ ທ່ານ Steve Witkoff ທູດພິເສດ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີໜ້າຢູ່ ນະຄອນ ເຊີແນວ, ປະເທດສະວິດເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ແຖວໜ້າຂອງ ຢູແກຼນ ກ່ຽວກັບການປຶກສາຫາລືແຜນການສັນຕິພາບ ໂດບທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ສັດຕະຍາບັນ. ການພົບປະໄດ້ດຳເນີນໃນສະພາບການ ຢູແກຼນ ແລະ ບັນດາພັນທະມິດ ເອີລົບ ອອກຖະແຫຼງການສັນຕິພາບ 28 ຈຸດ ເຊິ່ງອາເມລິກາຍົກອອກມາເພື່ອແນໃສ່ຢຸດຕິການທະຫະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ແມ່ນປະນິປະນອມໃຫຍ່ໃຫ້ແກ່ຝ່າຍລັດເຊຍ. ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຕີລາຄາວ່ານີ້ແມ່ນການປຶກສາຫາລືທີ່ມີປະສິດທິຜົນ ແລະ ມີຄວາມໝາຍທີ່ສຸດລະຫວ່າງບັນດາເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Marco Rubio ແລ້ວ, ປັດຈຸບັນ ຍັງມີຫຼາຍວຽກເຮັດງານທຳ ເຊິ່ງທັງຝ່າຍອາເມລິກາ ແລະ ຢູແກຼນຕ້ອງສືບຕໍ່ປຶກສາຫາລືເພື່ອມຸ່ງໄປເຖິງຄວາມເຫັນດີເຫັນພ້ອມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.