ຂ່າວເດັ່ນ

ຮາ​ມາ​ສ​ຢຸດ​ຕິ​​ໂດ​ຍ​ຊົ່ວ​ຄາວການ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ

ຮາ​ມາ​ສ​ຢຸດ​ຕິ​​ໂດ​ຍ​ຊົ່ວ​ຄາວການ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ

(VOVWORLD) - ວັນທີ 23 ກຸມພາ, ກຳລັງ ຮາມາສ ໄດ້ຖະແຫຼງຢຸດຕິໂດຍຊົ່ວຄາວການເຈລະຈາກັບອິດສະລາແອັນ ຈົນຮອດເວລາທີ່ Tel Aviv ປະຕິບັດຄຳໝັ້ນສັນຍາປ່ອຍ ນັກໂທດ ປາແລັດສະຕິນ 602 ຄົນ ເປັນອິດສະຫຼະຕາມຂໍ້ຕົກລົງທີ່ບັນລຸໄດ້.

ພາບປະກອບ: THX/TTXVN

ໃນແອັບ Telegram, ທ່ານ Mahmoud Mardawi ເຈົ້າໜ້າທີ່ອາວຸໂສຂອງ ຮາມາສ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເປັນກາງໄກ່ເກ່ຍຕ້ອງເພີ່ມທະວີກຳລັງກົດດັນຕໍ່ອິດສະລາແອນເພື່ອບັງຄັບໃຫ້ປະເທດນີ້ປະຕິບັດຕາມບັນດາມາດຕາທີ່ໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງຢຸດຍິງກ່ອນໜ້ານັ້ນຢ່າງເຂັ້ມງວດ. ສ່ວນທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ມີປະຕິກິລິຍາຢ່າງແຂງກະດ້າງເມື່ອຢັ້ງຢືນຈະບໍ່ປ່ອຍຕົວນັກໂທດປາແລັດສະຕິນໃດເປັນອິດສະຫຼະ ຈົນຮອດເວລາ ຮາມາສ ໃຫ້ຄຳໝັ້ນສັນຍາຢຸດຕິບັນດາພິທີກຳເຊິ່ງ Tel Aviv ຖືວ່າ “ດູຖູກ” ທີ່ໄດ້ດຳເນີນໃນວິວັດການມອບຮັບຕົວປະກັນອິດສະລາແອັນ.

ປະຕິກິລະຍາໃນວັນດຽວກັນ, ທຳນຽບຂາວກໍ່ອອກຖະແຫຼງການສະໜັບສະໜູນຂໍ້ຕົກລົງຂອງ ອິດສະລາແອັນ ໂຈະການປ່ອຍຕົວນັກໂທດປາແລັດສະຕິນ, ດ້ວຍຂໍ້ອ້າງວິທີການປະພຶດຂອງ ຮາມາສຕໍ່ບັນດາຕົວປະກັນຂອງອິດສະລາແອັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.