ຂ່າວເດັ່ນ

ຮາ​ມາດ​ສ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃນ​ບັນ​ຫາ​ໂຈະ​ການ​ປ່ອຍ​ຕົວ​ນັກ​ໂທດ ປາ​ແລັດ​ສະ​ຕິນ

ຮາ​ມາດ​ສ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃນ​ບັນ​ຫາ​ໂຈະ​ການ​ປ່ອຍ​ຕົວ​ນັກ​ໂທດ ປາ​ແລັດ​ສະ​ຕິນ

(VOVWORLD) - ບັນດານັກໂທດນີ້ ຈະໄດ້ຮັບການປ່ອຍຕົວເປັນອິດສະຫຼະ ໃນຈຸດເວລາທີ່ມອບສົ່ງຊາກສົບຕົວປະກັນ ອິດສະຣາແອັນ ເຊິ່ງສອງຝ່າຍໄດ້ຕົກລົງຈະດຳເນີນໃນໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ.

ພິທີມອບສົ່ງຕົວປະກັນໃຫ້ແກ່ ອິດສະຣາແອັນ ໃນວັນທີ 22 ກຸມພາ (ພາບ: THX/TTXVN)

ວັນທີ 25 ກຸມພາ, ຮາມາດສ ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງແກ້ໄຂບັນຫາໂຈະການປ່ອຍຕົວນັກໂທດ ປາແລັດສະຕິນ ເຊິ່ງທິຈິງແລ້ວຕ້ອງໄດ້ປ່ອຍຕົວເປັນອິດສະຫຼະໃນຄັ້ງມໍ່ໆນີ້. ແຈ້ງການຂອງ ຮາມາດສ ເຜີຍໃຫ້ຮູ້ວ່າ ບັນດານັກໂທດນີ້ ຈະໄດ້ຮັບການປ່ອຍຕົວເປັນອິດສະຫຼະ ໃນຈຸດເວລາທີ່ມອບສົ່ງຊາກສົບຕົວປະກັນ ອິດສະຣາແອັນ ເຊິ່ງສອງຝ່າຍໄດ້ຕົກລົງຈະດຳເນີນໃນໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ.

        ກໍຕາມແຈ້ງການດັ່ງກ່າວ, ຄະນະຜູ້ແທນຂັ້ນສູງ ຮາມາດສ ໄດ້ສິ້ນສຸດການຢ້ຽມຢາມ Cairo, ບ່ອນທີ່ເຂົາເຈົ້າໄດ້ພົບປະກັບວົງການເຈົ້າໜ້າທີ່ ອີຢິບ ແລະ ຊີ້ໃຫ້ຮູ້ວ່າ ໄດ້ດຳເນີນການປຶກສາຫາລືກ່ຽວກັບການປະຕິບັດຂໍ້ຕົກລົງຢຸດຍິງ, ແລກປ່ຽນນັກໂທດ ແລະ ແງ່ຫວັງໃຫ້ແກ່ໄລຍະເຈລະຈາທີສອງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.