ຂ່າວເດັ່ນ

ຮາ​ມາດ​ສ ກ່າ​ວ​ຫາ ອິດ​ສະ​ຣາ​ແອັນ ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ໂຈະ​ການ​ປ່ອຍ​ຕົວ​ນັກ​ໂທດ ປາ​ແລັດ​ສະ​ຕິນ

ຮາ​ມາດ​ສ ກ່າ​ວ​ຫາ ອິດ​ສະ​ຣາ​ແອັນ ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ໂຈະ​ການ​ປ່ອຍ​ຕົວ​ນັກ​ໂທດ ປາ​ແລັດ​ສະ​ຕິນ

(VOVWORLD) - ເລື່ອງ ອິດສະຣາແອັນ “ບໍ່ປະຕິບັດແຜນການປະຕິບັດການປ່ອຍຕົວນັກໂທດຄັ້ງທີ 7 ຕາມຂໍ້ຕົກລົງແລກປ່ຽນໃນຈຸດເວລາທີ່ໄດ້ເອກະພາບກັນນັ້ນ ແມ່ນການລະເມີດຂໍ້ຕົກລົງນີ້ຢ່າງຮ້າຍແຮງ.

ຂະບວນການ ອິດສະລາມ ຮາມາດສ ໄດ້ອອກຖະແຫຼງກ່າວກ່າວຫາ ອິດສະຣາແອັນ “ລະເມີດຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ຢ່າງຮ້າຍແຮງ” ເມື່ອໂຈະການກະທຳປ່ອຍອິດສະຫຼະນັກໂທດ ປາແລັດສະຕິນນັບຮ້ອຍຄົນຕາມແຜນການໃນວັນທີ 22 ກຸມພາ ເພື່ອແລກເອົາຕົວປະກັນ ອິດສະຣາແອັນ 6 ຄົນ. ຖະແຫຼງການດັ່ງກ່າວໄດ້ຄັດສະເໜີຄຳປາໄສຂອງໂຄສົກ ຮາມາດສ ທ່ານ Abdel Latif Al-Qanou ເນັ້ນໜັກເລື່ອງ ອິດສະຣາແອັນ “ບໍ່ປະຕິບັດແຜນການປະຕິບັດການປ່ອຍຕົວນັກໂທດຄັ້ງທີ 7 ຕາມຂໍ້ຕົກລົງແລກປ່ຽນໃນຈຸດເວລາທີ່ໄດ້ເອກະພາບກັນນັ້ນ ແມ່ນການລະເມີດຂໍ້ຕົກລົງນີ້ຢ່າງຮ້າຍແຮງ, ພ້ອມທັງຕຳໜິຕິຕຽນທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ທີ່ປະຕິບັດ “ຍຸດທະວິທີໂຈະ ແລະ ກີດຂວາງ”.

        ກ່ອນໜ້ານັ້ນ, ລັດຖະບານ ອິດສະຣາແອັນ ໄດ້ໂຈະແຜນການປ່ອຍຕົວເປັນອິດສະຫຼະໃຫ້ແກ່ນັກໂທດ ປາແລັດສະຕິນ 602 ຄົນ ທີ່ໄດ້ເອກະພາບກັນໃນຂອບເຂດການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງຫຼ້າສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.