ຂ່າວເດັ່ນ

ຮ່າ​ໂນ້ຍ ສະຫຼຸບ​ວຽກ​ງານ​ຈັດ​ຕັ້ງ​ເຫດ​ການ​ສະເຫຼີມ​ສະຫຼອງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນ​າມ ທີ 2 ກັນ​ຍາ ຄົບ​ຮອບ 80 ປີ

ຮ່າ​ໂນ້ຍ ສະຫຼຸບ​ວຽກ​ງານ​ຈັດ​ຕັ້ງ​ເຫດ​ການ​ສະເຫຼີມ​ສະຫຼອງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນ​າມ ທີ 2 ກັນ​ຍາ ຄົບ​ຮອບ 80 ປີ

(VOVWORLD) - ຕອນບ່າຍວັນທີ 15 ກັນຍາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ.

ບັນດາຜູ້ແທນເຂົ້າຮ່ວມພິທີ

ເມື່ອຢັ້ງຢືນຜົນສຳເລັດຂອງບັນດາກິດຈະກຳສະເຫຼີມສະຫຼອງຜ່ານມາ, ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ບັນດາກິດຈະກຳສະເຫຼີມສະຫຼອງ ແລະ ພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມໄດ້ຢັ້ງຢືນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ແຜ່ກະຈາຍນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ; ການສຶກສາລຸ້ນໜຸ່ມກ່ຽວກັບມູນເຊື້ອປະຕິວັດອັນສະຫງ່າລາສີ, ຫຼໍ່ຫຼອມເຈດຈຳນົງ, ຄວາມຄາດຫວັງສ້າງສາປະເທດ ຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ. ນີ້ແມ່ນໝາກຜົນຂອງການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈຂອງທັງລະບົບການເມືອງນະຄອນ. ທາງນະຄອນ ຂໍຊົມເຊີຍ ແລະ ຮັບຮູ້ ຄວາມມານະພະຍາຍາມ ແລະບຸນຄຸນອັນໃຫຍ່ຫຼວງຂອງບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ອຸທິດເຂົ້າໃນຜົນງານລວມຄັ້ງນີ້”.

ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ  

        ເນື່ອງໃນໂອກາດວັນຊາດ ທີ 2 ກັນຍາ, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນກວ່າ 80.000 ເທື່ອຄົນ. ເນື່ອງໃນໂອກາດນີ້, ຫຼາຍໝູ່ຄະນະ, ສ່ວນບຸກຄົນ ມີຜົນງານດີເດັ່ນໃນວຽກງານຈັດຕັ້ງໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ.

 

 

This site is protected by reCAPTCHA and the Google Privacy Policy and Terms of Service apply.