ຂ່າວເດັ່ນ

ຮ່າ​ໂນ້ຍ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ທ້ອງ​ຟ້າ​ສີ​ຂຽວ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ອາ​ກາດ

ຮ່າ​ໂນ້ຍ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ທ້ອງ​ຟ້າ​ສີ​ຂຽວ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ອາ​ກາດ

(VOVWORLD) - ຕອນເຊົ້າວັນທີ 01 ພະຈິກ, ຢູ່ເຂດຖະໜົນຍ່າງໜອງຮວ່ານກຽມ (ຮ່າໂນ້ຍ), ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ (UNDP), ອົງການອະນາໄມໂລກ (WHO) ຈັດເຫດການ “ອາກາດສະອາດໃຫ້ແກ່ທ້ອງຟ້າສີຂຽວ”.

ທ່ານຫງວຽນແມ້ງກວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ

ຈຸດເນັ້ນໜັກຂອງເຫດການແມ່ນພິທີເຊື່ອມຕໍ່ຂໍ້ມູນຂ່າວສານຈາກບັນດາເຄື່ອງວັດແທກຄຸນນະພາບອາກາດເຂົ້າລະບົບຕິດຕາມກວດກາແຫ່ງຊາດ, ເຊິ່ງເປັນບາດກ້າວສຳຄັນໃນການໝູນໃຊ້ເຕັກໂນໂລຢີ, ຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນຢ່າງງ່າຍດາຍ, ເປັນເຈົ້າການຮັກສາສຸຂະພາບ. ຫຼັງຈາກນັ້ນ, ບັນດາຜູ້ແທນ, ປະຊາຊົນ ແລະ ແຂກທ່ອງທ່ຽວພ້ອມກັນຍ່າງເພື່ອທ້ອງຟ້າສີຂຽວ. ທ່ານຫງວຽນແມ້ງກວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຢັ້ງຢືນວ່າ:

“ນະຄອນ ຮ່າໂນ້ຍ ຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມ “ອາກາດສະອາດ ຫວຽດນາມ ປີ 2025” ໂດຍຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ກະຊວງກສະກຳ ແລະ ສິ່ງແວດລ້ອມ, UNDP ແລະ WHO ລິເລີ່ມ. ຮ່າໂນ້ຍ ພ້ອມແລ້ວທີ່ຈະນຳໜ້າເຂົ້າຮ່ວມ, ສົມທົບກັນຜັນຂະຫຍາຍຂໍ້ລິເລີ່ມນີ້, ປະກອບສ່ວນປະຕິບັດເປົ້າໝາຍແຫ່ງຊາດກ່ຽວກັບການປົວແປງຄຸນນະພາບຂອງອາກາດ, ຮັກສາສຸຂະພາບຊຸມຊົນ ແລະ ພັດທະນາແບບຍືນຍົງ”.

ບັນຍາກາດຂອງເຫດການ “ອາກາດສະອາດໃຫ້ແກ່ທ້ອງຟ້າສີຂຽວ”

ໃນພິທີດັ່ງກ່າວ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນກໍໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນຄວາມມານະພະຍາຍາມຜ່ານຜ່າສິ່ງທ້າທາຍກ່ຽວກັບມົນລະພິດອາກາດ, ມຸ່ງໄປເຖິງອະນາຄົດສີຂຽວ, ປະຊາຊົນທຸກຄົນມີສຸຂະພາບເຂັ້ມແຂງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.