ຂ່າວເດັ່ນ

ຮ່າ​ໂຮ້ຍ ໃຫ້​ບຸ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ

ຮ່າ​ໂຮ້ຍ ໃຫ້​ບຸ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ

(VOVWORLD) - ຕອນບ່າຍວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນ ຮ່າໂນ້ຍ.

ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດ ລາວ ແລະ ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ທີ່ການຕ້ອນຮັບ (ພາບ: hanoimoi.com.vn)

ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ຢັ້ງຢືນວ່າ ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍໃຫ້ບຸລິມະສິດໃນການພັດທະນາການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືກັບທ້ອງຖິ່ນຕ່າງໆຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ. ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງນະຄອນຫຼວງເວົ້າສະເພາະ ແລະ ລະຫວ່າງ ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆຂອງ ລາວ ເວົ້າລວມ ມີໄດ້ພັດທະນາຢ່າງຮອບດ້ານໃນທຸກຊ່ອງທາງຢ່າງບໍ່ຢຸດຢັ້ງ, ດ້ວຍຫຼາຍໂຄງການບັນລຸປະສິດທິຜົນ, ເກືອບທັງໝົດຂົງເຂດເສດຖະກິດ, ສາທາລະນະສຸກ, ການສຶກສາ, ກະສິກຳ, ການທະຫານ, ການພົບປະແລກປ່ຽນປະຊາຊົນ…

        ສ່ວນທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ ການປະຕິບັດງານໃນຄັ້ງນີ້ຂອງຄະນະ ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນ, ປະສົບການລະຫວ່າງສອງຫ້ອງວ່າການສູນກາງພັກ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ.


This site is protected by reCAPTCHA and the Google Privacy Policy and Terms of Service apply.