ຂ່າວເດັ່ນ

ອາ​ຊຽນ, ຈີນ ປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ 3.0

ອາ​ຊຽນ, ຈີນ ປະ​ຕິ​ບັດ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ 3.0

(VOVWORLD) - ການສ້າງເຂດການຄ້າເສລີ 3.0 ແມ່ນບຸລິມະສິດໃນການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງສອງຝ່າຍ ແລະ ແມ່ນຜົນສຳເລັດທີ່ມີລັກສະນະບາດລ້ຽວໃນການພ້ອມກັນຮັກສາ ແລະ ຊຸກຍູ້ການຄ້າເສລີ.

ວັນທີ 20 ພຶດສະພາ, ກອງປະຊຸມລັດຖະມົນຕີເສດຖະກິດການຄ້າພິເສດ ອາຊຽນ - ຈີນ ໄດ້ຈັດຂຶ້ນຕາມຮູບແບບທາງໄກ. ສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີເສດຖະກິດການຄ້າສອງຝ່າຍພ້ອມກັນອອກຖະແຫຼງການປະຕິບັດສຳເລັດການເຈລະຈາເຂດການຄ້າເສລີ ອາຊຽນ - ຈີນ 3.0. ການສ້າງເຂດການຄ້າເສລີ 3.0 ແມ່ນບຸລິມະສິດໃນການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງສອງຝ່າຍ ແລະ ແມ່ນຜົນສຳເລັດທີ່ມີລັກສະນະບາດລ້ຽວໃນການພ້ອມກັນຮັກສາ ແລະ ຊຸກຍູ້ການຄ້າເສລີ. ຮູບແບບນີ້ລວມມີ 9 ພາກໃໝ່, ໃນນັ້ນມີເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການເຊື່ອມຕໍ່ລະບົບສະໜອງ, ມາດຖານ ແລະ ຂໍ້ກຳນົດເຕັກນິກ ແລະ ວິວັດການຕີລາຄາຄວາມເໝາະສົມ, ການປະຕິບັດລະບຽບການພາສີອາກອນ ແລະ ສ້າງຄວາມສະດວກໃຫ້ແກ່ການຄ້າ, ແກ້ງແຍ້ງ ແລະ ການປົກປ້ອງຜູ້ບໍລິໂພກ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ການຮ່ວມມືເສດຖະກິດ ແລະ ເຕັກໂນໂລຢີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.