ຂ່າວເດັ່ນ

ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

(VOVWORLD) - ວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນກອງປະຊຸມຜູ້ນຳອົງການສືບລາຊະການລັບກອງທັບບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 21 (AMIM – 21), ດ້ວຍການເຂົ້າຮ່ວມຂອງຜູ້ນໍາອົງການສືບລາຊະການລັບກອງທັບ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍຜູ້ຕາງໜ້າ Timor Leste ເຂົ້າຮ່ວມ ດ້ວຍຖານະເປັນຜູ້ສັງເກດການ.

 ບັນຍາກາດກອງປະຊຸມ (ພາບ:VOV) 

ດ້ວຍຫົວຂໍ້ “ອາຊຽນ ຮ່ວມມື ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ເຂັ້ມແຂງ”, ຜູ້ແທນບັນດາປະເທດສະມາຊິກ ອາຊຽນ ໄດ້ພ້ອມກັນແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດສືບລາຊະການລັບການທະຫານ/ປ້ອງກັນຊາດ ອາຊຽນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນກ່ຽວທັບທັດສະນະ ສະພາບການພົ້ນເດັ່ນໃນພາກພື້ນ, ການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ ໃນຂອບເຂດການທະຫານ/ປ້ອງກັນຊາດ, ພິເສດໃນຂົງເຂດສືບລາຊະການລັບ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືວິຊາສະເພາະ, ເຊັ່ນ: ລາຍການພົບປະແລກປ່ຽນນັກສືບຂ່າວໜຸ່ມ ອາຊຽນ (AJIIP), ອາຊຽນ ສາຍຕາຂອງພວກເຮົາ (AOE), ປະຊາຄົມສືບລາຊະການລັບການທະຫານ/ປ້ອງກັນຊາດ ອາຊຽນ (AMIC).

        ກໍໃນວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມຫົວໜ້າກົມການຮົບ ອາຊຽນ ຄັ້ງທີ 14 (AMOM 14).

ນັກຂ່າວ VOV ປະຈຳ ລາວ

This site is protected by reCAPTCHA and the Google Privacy Policy and Terms of Service apply.