ຂ່າວເດັ່ນ

ອາເມລິກາ ອາດຈະຍົກພາສີຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ

ອາເມລິກາ ອາດຈະຍົກພາສີຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ

(VOVWORLD) - ວັນທີ 25 ກຸມພາ, ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີອາກອນ 10% ໃນປະຈຸບັນ ອາດຈະຖືກຍົກຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ, ແຕ່ບໍ່ຍົກອອກລາຍລະອຽດຄູ່ຄ້າໃດຈະຖືກຈັດວາງ.

ທ່ານ Jamieson Greer, ຜູ້ຕາງໜ້າການຄ້າ ອາເມລິກາ
(ພາບ: REUTERS/Kylie Cooper)

        ກ່າວຄຳເຫັນໃນ Fox Business, ທ່ານ Jamieson Greer, ຜູ້ຕາງໜ້າການຄ້າ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີ 10% ທີ່ພວມມີບັງຄັບໃຊ້ຈະໄດ້ດັດປັບເພີ່ມຂຶ້ນ “ໃນກໍລະນີທີ່ເໝາະສົມ”, ແລະ ເລື່ອງຍົກອັດຕາພາສີຂຶ້ນເປັນ 15% ຈະເໝາະສົມກັບບັນດາພາສີຕ່າງໆທີ່ໄດ້ຈັດວາງກ່ອນນີ້. ທ່ານກໍ່ໃຫ້ຮູ້ວ່າ ທຳນຽບຂາວໄດ້ກະກຽມຖະແຫຼງການເປັນທາງການກ່ຽວຂ້ອງເຖິງການຍົກອັດຕາພາສີຊົ່ວຄາວນີ້. ເຖິງຢ່າງໃດກໍ່ຕາມ, ທ່ານໄດ້ເນັ້ນໜັກວ່າ ປະຈຸບັນ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີແນວຄິດເພີ່ມອັດຕາພາສີສຳລັບສິນຄ້າຂອງ ຈີນ ລື່ນກາຍອັດຕາທີ່ປະກາດໃຊ້ໃນປະຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.