ຂ່າວເດັ່ນ

ອາເມລິກາ ບຸກໂຈມຕີທາງອາກາດກວ່າ 30 ເປົ້າໝາຍ IS ຢູ່ ຊີຣີ ໃນເວລາ 10 ວັນ

ອາເມລິກາ ບຸກໂຈມຕີທາງອາກາດກວ່າ 30 ເປົ້າໝາຍ IS ຢູ່ ຊີຣີ ໃນເວລາ 10 ວັນ

(VOVWORLD) - ປະຈຸບັນ, ກຳລັງ ອາເມລິກາ ໄດ້ຕັ້ງທັບຢູ່ຖານທີ່ໝັ້ນດ້ານການທະຫານ Qasrak, ແຂວງ Hasakah, ຂຶ້ນກັບທິດຕາເວັນອອກສຽງເໜີ ຊີຣີ ເປັນຕົ້ນ.

(ພາບປະກອບ: REUTERS)

ແຈ້ງການເປັນທາງການໃນວັນທີ 14 ກຸມພາ ຂອງກອງບັນຊາການສູນກາງ ອາເມລິກາ ຢູ່ຕາເວັນອອກກາງ (CENTCOM) ໃຫ້ຮູ້ວ່າ ແຕ່ວັນທີ 03 – 12 ກຸມພາ, ກອງທັບອາກາດ ອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດ 10 ຄັ້ງ ແນໃສ່ 30 ເປົ້າໝາຍຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ຢູ່ຫຼາຍເຂດໃນທົ່ວປະເທດ ຊີຣີ. ແຈ້ງການບໍ່ເຕື້ອງເຖິງຄວາມເສຍຫາຍດ້ານຊີວິດອິນຊີຂອງ IS, ແຕ່ຢືນຢັນວ່າ ບັນດາເປົ້າໝາຍຖືກບຸກໂຈມຕີລວມມີພື້ນຖານໂຄງລ່າງ ແລະ ສາງເກັບອາວຸດຂອງກຸ່ມກໍ່ການຮ້າຍ.

ອາເມລິກາ ໄດ້ເລີ່ມບຸກໂຈມຕີທາງອາກາດ IS ຢູ່ ຊີຣີ ແຕ່ປີ 2014 ແລະ 2 ປີຕໍ່ຈາກນັ້ນໄດ້ຜັນຂະຫຍາຍທະຫານບົກມາປະເທດ ອາຣັບ ເພື່ອສ້າງສຳພັນທະມິດຕ້ານກໍ່ການຮ້າຍສາກົນ ໂດຍ ອາເມລິກາ ນຳພາ.

ປະຈຸບັນ, ກຳລັງ ອາເມລິກາ ໄດ້ຕັ້ງທັບຢູ່ຖານທີ່ໝັ້ນດ້ານການທະຫານ Qasrak, ແຂວງ Hasakah, ຂຶ້ນກັບທິດຕາເວັນອອກສຽງເໜີ ຊີຣີ ເປັນຕົ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.