ຂ່າວເດັ່ນ

ອາເມລິກາ ຈະພິຈາລະນາເລື່ອງສືບຕໍ່ບົດບາດເປັນກາງໄກເກ່ຍໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ ໃນອາທິດນີ້

ອາເມລິກາ ຈະພິຈາລະນາເລື່ອງສືບຕໍ່ບົດບາດເປັນກາງໄກເກ່ຍໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ ໃນອາທິດນີ້

(VOVWORLD) - ອາເມລິກາ ໄດ້ໂຈະການຈັດວາງຄຳສັ່ງລົງໂທດຕໍ່ ລັດເຊຍ ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາຄວາມມານະພະຍາຍາມດ້ານການທູດ

        ວັນທີ 27 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໄດ້ກາວເຕືອນວ່າ, ຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ຕ້ອງບັນລຸໄດ້ໂດຍໄວ ແລະ ໃນອາທິດນີ້ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພິເຈລະນາວ່າ ຈະສືບຕໍ່ສວມບົດບາດເປັນກາງໄກເກ່ຍຕື່ມອີກຫຼືບໍ່.

        ກ່າວຄຳເຫັນທາງຊ່ອງໂທລະພາບ NBC, ທ່ານ Marco Rubio ຊີ້ແຈ້ງວ່າ ປະເທດນີ້ບໍ່ສາມາດສະຫງວນເວລາ ແລະ ແຫຼ່ງກຳລັງໃຫ້ແກ່ຄວາມມານະພະຍາຍາມເປັນກາງໄກເກ່ຍຕື່ມອີກຖ້າບໍ່ບັນລຸໝາກຜົນ. ທ່ານເນັ້ນໜັກວ່າ, ອາທິດນີ້ຈະແມ່ນອາທິດສຳຄັນ. ທ່ານກໍ່ໃຫ້ຮູ້ວ່າ, ອາເມລິກາ ໄດ້ໂຈະການຈັດວາງຄຳສັ່ງລົງໂທດຕໍ່ ລັດເຊຍ ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາຄວາມມານະພະຍາຍາມດ້ານການທູດ, ແຕ່ກໍ່ກ່າວເຕືອນວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ມີທາງເລືອກຫຼາຍຢ່າງເພື່ອຮັບມືກັບບໍ່ວ່າຝ່າຍໃດທີ່ຄັດຄ້ານຂໍ້ຕົກລົງສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.