ຂ່າວເດັ່ນ

ອາເມລິກາ ດຳເນີນການບຸກໂຈມຕີທາງອາກາດທະຫານກະບົດລັດອິດສະລາມ IS ຢູ່ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເຣຍ

ອາເມລິກາ ດຳເນີນການບຸກໂຈມຕີທາງອາກາດທະຫານກະບົດລັດອິດສະລາມ IS ຢູ່ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເຣຍ

(VOVWORLD) - ກອງບັນຊາການ ອາຟະລິກາ ຂອງກອງທັບ ອາເມລິກາ ໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດໄດ້ເຮັດໃຫ້ມືປືນ IS ຫຼາຍຄົນເສຍຊີວິດ.

(ພາບປະກອບ: REUTERS/Sodiq Adelakun)

ຕອນຄ່ຳວັນທີ 25 ທັນວາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງປະຕິບັດການບຸກໂຈມຕີທາງອາກາດ ແນໃສ່ບັນດາມືປືນຂຶ້ນກັບອົງການລັດອິດສະລາມ (IS) ຢູ່ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເຣຍ ຕາມການສະເໜີຂອງລັດຖະບານປະເທດ ອາຟະລິກາ ຕາເວັນຕົກ. ທ່ານ Donald Trump ພັນລະນາວ່າ ນີ້ແມ່ນການບຸກໂຈມຕີຢ່າງແຮງແນໃສ່ພາກສ່ວນ IS ເຊິ່ງທ່ານກ່າວຫາວ່າໄດ້ດຳເນີນເຫດເຂັ່ນຂ້າທີ່ປ່າເຖື່ອນ, ແນໃສ່ບັນດາຊາວຄຣິດສະຕຽນຢູ່ທາງທິດເໜືອຕາເວັນຕົກສ່ຽງເໜືອ ໄນຈີເຣຍ.

ໃນສື່ສັງຄົມ X, ກອງບັນຊາການ ອາຟະລິກາ ຂອງກອງທັບ ອາເມລິກາ ໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດໄດ້ເຮັດໃຫ້ມືປືນ IS ຫຼາຍຄົນເສຍຊີວິດ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ບໍ່ປະກາດລາຍລະອຽດກ່ຽວກັບສະຖານທີ່ ຫຼື ຈຳນວນຜູ້ເສຍຊີວິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.