ຂ່າວເດັ່ນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

(VOVWORLD) - ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ…

ນາຍທະຫານຂອງ ຢູແກຼນ
(ພາບປະກອບ: REUTERS )

        ວັນທີ 31 ທັນວາ, ບັນດາເຈົ້າໜ້າທີ່ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງ ອັງກິດ, ຝລັ່ງ ແລະ ເຢຍລະມັນ, ພ້ອມກັບຜູ້ຕາງໜ້າການນຳຂັ້ນສູງ ຢູແກຼນ ເພື່ອປຶກສາຫາລືບັນດາບາດກ້າວຕໍ່ໄປໃນວິວັດທະນາການດ້ານການທູດປະຈຸບັນກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ.

        ໃນແຈ້ງການທາງສື່ສັງຄົມ X ໃນວັນທີ 31 ທັນວາ 2025, ທ່ານ Steve Witkoff, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບບັນຫາ ຢູແກຼນ ໃຫ້ຮູ້ວ່າ ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ… ຕາມທ່ານ Steve Witkoff ແລ້ວ, ບັນດາຝ່າຍໄດ້ສຸມໃສ່ຊຸກຍູ້ການສົນທະນາຕາມທິດແທດຈິງ, ການແລກປ່ຽນກໍ່ກ່ຽວຂ້ອງເຖິງບ້ວງເງິນໜູນຊ່ວຍສ້າງ ແລະ ຟື້ນຟູເສດຖະກິດ ຢູແກຼນ ຄືນໃໝ່ພາຍຫຼັງການປະທະກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.