ຂ່າວເດັ່ນ

ອາເມລິກາ ແລະ ອາຣັບບີ ຊະອຸດີ ຈະລົງນາມໃນຂໍ້ຕົກລົງດ້ານນິວເຄຼຍພົນລະເຮືອນ

ອາເມລິກາ ແລະ ອາຣັບບີ ຊະອຸດີ ຈະລົງນາມໃນຂໍ້ຕົກລົງດ້ານນິວເຄຼຍພົນລະເຮືອນ

(VOVWORLD) - ທ່ານ Chris Wright, ກໍ່ໃຫ້ຮູ້ວ່າ, ລາຍລະອຽດຂອງຂໍ້ຕົກລົງນິວເຄຼຍພົນລະເຮືອນນີ້ອາດຈະໄດ້ປະກາດໃນທ້າຍປີນີ້.

ວັນທີ 13 ເມສາ, ທ່ານລັດຖະມົນຕີກະຊວງພະລັງງານ ອາເມລິກາ Chris Wright, ໃຫ້ຮູ້ວ່າ ອາເມລິກາ ແລະ ອາຣັບບີ ຊະອຸດີ ຈະລົງນາມໃນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການພັດທະນານິວເຄຼຍພົນລະເຮືອນໃຫ້ແກ່ປະເທດເຂດອ່າວ. ແຫຼ່ງຂໍ້ມູນທີ່ໄດ້ປະກາດຕໍ່ວົງການສື່ມວນຊົນຢູ່ນະຄອນຫຼວງ Riyadh ຂອງ ອາຣັບບີ ຊະອຸດີ, ພາຍຫຼັງການພົບປະລະຫວ່າງທ່ານ Chris Wright ແລະ ທ່ານລັດຖະມົນຕີກະຊວງພະລັງງານ ອາຣັບບີ ຊະອຸດີ, ສະເດັດເຈົ້າ Abdulaziz bin Salman. ທ່ານ Chris Wright, ກໍ່ໃຫ້ຮູ້ວ່າ, ລາຍລະອຽດຂອງຂໍ້ຕົກລົງນິວເຄຼຍພົນລະເຮືອນນີ້ອາດຈະໄດ້ປະກາດໃນທ້າຍປີນີ້.

ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດີ Mohammed bin Salman ແມ່ນການນຳຕ່າງປະເທດທຳອິດໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ພາຍຫຼັງທ່ານກັບຄືນທຳນຽບຂາວໃນວັນທີ 20 ມັງກອນ 2025. ໃນການໂອ້ລົມທາງໂທລະສັບ, ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດີ Mohammed bin Salman ໄດ້ໃຫ້ຄຳໝັ້ນສັນຍາລົງທຶນຢ່າງໜ້ອຍສຸດ 600 ຕື້ USD ເຂົ້າ ອາເມລິກາ ໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.