ຂ່າວເດັ່ນ

ອາເມລິກາ ແລະ ອີຣານ ກະກຽມດຳເນີນການເຈລະຈາບັນຫານິວເຄຼຍ ຮອບທີ 6

ອາເມລິກາ ແລະ ອີຣານ ກະກຽມດຳເນີນການເຈລະຈາບັນຫານິວເຄຼຍ ຮອບທີ 6

(VOVWORLD) - ຕອນເຊົ້າວັນທີ 10 ມິຖຸນາ ກະຊວງການຕ່າງປະເທດ ອີຣານ ປະກາດວ່າ ການເຈລະຈາບັນຫານິວເຄຼຍ ຮອບຕໍ່ໄປ ລະຫວ່າງປະເທດນີ້ ແລະ ອາເມລິກາ ຈະດຳເນີນຢູ່ Muscat ປະເທດ ໂອມານ ໃນວັນທີ 15 ມິຖຸນາ ຈະມາເຖິງ.

ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi. (ພາບ:  REUTERS/Mohamed Azakir)

ແຈ້ງການບໍ່ເຜີຍໃຫ້ຮູ້ ລະດັບ ແລະ ສະມາຊິກຄະນະຜູ້ແທນຂອງສອງຝ່າຍໃນການເຈລະຈາຮອບໃຫມ່ນີ້. ເຖິງຢ່າງໃດກໍຕາມ ນັກວິເຄາະໃນພາກພື້ນບາງທ່ານ ໃຫ້ຂໍ້ສັງເກດວ່າ ຮອບເຈລະຈາຈະມາເຖິງ ຈະສືບຕໍ່ໂດຍແມ່ນທູດພິເສດ ອາເມລິກາ ທ່ານ Steve Witkoff ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ນຳພາ, ຄ້າຍຄືກັນກັບ 5 ຮອບເຈລະຈາຊື່ງໄດ້ຈັດຕັ້ງໃນວັນທີ 12 ເມສາ - 23 ພຶດສະພາກ່ອນນັ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.