ຂ່າວເດັ່ນ

ອາເມລິກາ ແລະ ຢູແກຼນ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບແຮ່ທາດ

ອາເມລິກາ ແລະ ຢູແກຼນ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບແຮ່ທາດ

(VOVWORLD) - ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບສັນຕິຖານກັບຄູ່ຮ່ວມມື ອາເມລິກາ, ສ້າງປະຖົມປັດໃຈໃຫ້ແກ່ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດ...

(ພາບປະກອບ: Reuters)

ວັນທີ 17 ເມສາ, ຢູແກຼນ ແຈ້ງໃຫ້ຊາບວ່າ ປະເທດນີ້ ແລະ ອາເມລິກາ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ຖືນີ້ແມ່ນບາດກ້າວທຳອິດມຸ່ງໄປເຖິງເລື່ອງບັນລຸຂໍ້ຕົກລົງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນແຮ່ທາດຢູ່ ຢູແກຼນ. ໃນສື່ສັງຄົມອອນລາຍ, ທ່ານຮອງນາຍົກລັດຖະມົນຕີຜູ້ທີໜຶ່ງ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ຢູແກຼນ Yulia Svyrydenko ໄດ້ປະກາດກ່ຽວກັບການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບສັນຕິຖານກັບຄູ່ຮ່ວມມື ອາເມລິກາ, ສ້າງປະຖົມປັດໃຈໃຫ້ແກ່ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດ ແລະ ການສ້າງຕັ້ງກອງທຶນລົງທຶນສ້າງສັນ ຢູແກຼນ ຄືນໃໝ່.

        ທ້າຍອາທິດກ່ອນ, ມີຄະນະຜູ້ແທນຂອງ ຢູແກຼນ ໄດ້ເດີນທາງໄປ ວໍຊິງຕັນ ເພື່ອດຳເນີນການເຈລະຈາ ພາຍຫຼັງອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຍົກອອກຂໍ້ຕົກລົງໃໝ່ຢ່າງຮອບດ້ານກວ່າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.