ຂ່າວເດັ່ນ

ອາເມລິກາ, ຝ່າຍຕາເວັນຕົກ ແລະ ຢູແກຼນ ເຫັນດີພ້ອມແລ້ວຈະປະຕິບັດຄຳສັ່ງຢຸດຍິງເປັນເວລາ 30 ວັນ

ອາເມລິກາ, ຝ່າຍຕາເວັນຕົກ ແລະ ຢູແກຼນ ເຫັນດີພ້ອມແລ້ວຈະປະຕິບັດຄຳສັ່ງຢຸດຍິງເປັນເວລາ 30 ວັນ

(VOVWORLD) - ໃນການໂອ້ລົມທາງໂທລະສັບ, ບັນດາຝ່າຍລ້ວນແຕ່ເຫັນດີພ້ອມແລ້ວຈະປະຕິບັດຄຳສັ່ງຢຸດຍິງຢ່າງສິ້ນເຊິ່ງ ແລະ ບໍ່ມີເງື່ອນໄຂຢູ່ທາງບົກ, ທາງອາກາດ ແລະ ທາງທະເລ, ແກ່ຍາວຢ່າງໜ້ອຍສຸດເປັນເວລາ 30 ວັນ

ການນຳອັງກິດ, ຝລັ່ງ, ເຢຍລະມັນ, ໂປໂລຍ ແລະ ຢູແກຼນ
(ພາບ: president.gov.ua)

   ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ພ້ອມກັບການນຳ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ໂປໂລຍ ທີ່ພວມຢ້ຽມຢາມ ກີແອັບ, ນະຄອນຫຼວງຂອງ ຢູແກຼນ, ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 10 ພຶດສະພາ, ເພື່ອປຶກສາຫາລືບັນດາຄວາມມານະພະຍາຍາມສັນຕິພາບ. ໃນການໂອ້ລົມທາງໂທລະສັບ, ບັນດາຝ່າຍລ້ວນແຕ່ເຫັນດີພ້ອມແລ້ວຈະປະຕິບັດຄຳສັ່ງຢຸດຍິງຢ່າງສິ້ນເຊິ່ງ ແລະ ບໍ່ມີເງື່ອນໄຂຢູ່ທາງບົກ, ທາງອາກາດ ແລະ ທາງທະເລ, ແກ່ຍາວຢ່າງໜ້ອຍສຸດເປັນເວລາ 30 ວັນ, ເລີ່ມແຕ່ວັນທີ 12 ພຶດສະພາ, ເພື່ອເປີດທາງໃຫ້ແກ່ບັນດາການເຈລະຈາສັນຕິພາບ ກ້າວໄປເຖິງການຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 3 ປີຜ່ານມາລະຫວ່າງ ລັດເຊຍ ແລະ ຢູແກຼນ.

ໃນວັນດຽວກັນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (ອີຊີ) ເນັ້ນໜັກວ່າ, ຄຳສັ່ງຢຸດຍິງໃນທັນທີຢູ່ ຢູແກຼນ ຕ້ອງໄດ້ປະຕິບັດໃນທັນທີ ຫາກບໍ່ຕິດພ້ອມເງື່ອນໄຂເດັດຂາດໃດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.