ຂ່າວເດັ່ນ

ອາເມລິກາ ອອກແຈ້ງການຊົມເຊີຍ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ເລມິນຮຶງ

[VOVWORLD] - ໃນແຈ້ງການ, ຝ່າຍ ອາເມລິກາ ຢືນຢັນເລື່ອງຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ

        ວັນ​ທີ 07 ເມ​ສາ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ອອກ​ແຈ້ງ​ການສະແດງຄວາມຊົມເຊີຍ ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລື່ອງ​ສະ​ພາ​ແຫ່ງ​ຊາດ​ ຫວຽດນາມ ໄດ້ລົງມະຕິ​ຮັບ​ຮອງ​ເອົາ​ມະ​ຕິວ່າດ້ວຍການ​ເລືອກ​ຕັ້ງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ແຫ່ງ ສ​ສ.ຫວຽດ​ນາມ ສົກປີ 2026 – 2031, ພ້ອມ​ກັນ​ນັ້ນ ​ກໍ່​ຊົມເຊີຍ ​ທ່ານ ເລ​ມິນ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິການສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົກປີ 2026 – 2031.

        ໃນ​ແຈ້ງ​ການ, ຝ່າຍ ອາ​ເມ​ລິ​ກາ ຢືນ​ຢັນ​ເລື່ອງ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ​່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ ຫວຽດ​ນາມ, ໂດຍໄດ້​ສ້າງ​ຕັ້ງ​ມາເປັນ​ເວ​ລາກວ່າ 3 ທົດ​ສະ​ວັດ​ແຫ່ງມິ​ດ​ຕະ​ພາບ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ບັນ​ດາ​ຜົນ​ປະ​ໂຫຍດ​ລວມ. ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາວ​ອນ​ດ້ານ​ເສດ​ຖະ​ກິດ, ເປີດກວ້າງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ກໍ່​ຄື​ການ​ສົມ​ທົບ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ. ພ້ອມ​ກັນ​ນັ້ນ, ກໍ່ສະ​ແດງ​ຄວາມ​ປາດຖະໜາຢາກສົມ​ທົບ​ກັບ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແລະ ລັດ​ຖະ​ບານ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.